ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງບັນຊາການທະຫານແຂວງວຽງຈັນ ມອບເງິນຊົດເຊີຍໃຫ້ນາຍທະຫານ ພັກການ ຮັບບຳນານ
ເວລາອອກຂ່າວ: 2026-09-16 09:57:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ:



ວັນທີ 15 ກັນຍາ 2026 ນີ້ ກອງບັນຊາການທະຫານແຂວງວຽງຈັນ ໄດ້ມອບເງິນຊົດເຊີຍໃຫ້ນາຍທະຫານ ພັກການ ຮັບບໍານານ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເອນວັນ ອິນມີໄຊ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ໄພທອງ ເພັດສານຸບານ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງວຽງຈັນ ພັກການ ຮັບບຳນານ ຈຳນວນ 10 ສະຫາຍ ແລະ ມອບເງິນຊົດເຊີຍ ລວມທັງໝົດ 270.276.607 ກີບ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ