ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຄະນະນັກເຝິກອົບຮົມທິດສະດີການເມືອງ ໄລຍະສັ້ນ ຊຸດທີ 1 ຫ້ອງທີ 2 ປະຈໍາ 2026 ທັດສະນະສຶກສາ ຢູ່ ອະນຸສອນສະຖານ ປະທານ ສຸພານຸວົງ
ເວລາອອກຂ່າວ: 2026-09-16 09:48:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ວັນທີ 15 ກັນຍາ 2026 ນີ້, ສະຫາຍ ພັນຕີ ປະສົງໄຊ ແກ້ວບຸນພັນ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ນໍາພາຄະນະນັກເຝິກອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຊຸດທີ 1 ຫ້ອງທີ 2 ປະຈໍາປີ 2026 ຂອງບັນດາກອງສື່ມວນຊົນກອງທັບ ເຂົ້າທັດສະນະສຶກສາ ຢູ່ອະນຸສອນສະຖານ ປະທານ ສຸພານຸວົງ. ການທັດສະນະໃນຄັ້ງນີ້ ເພື່ອເປັນການສຶກສາປະຫວັດຕົ້ນກຳເນີດ, ການເຄື່ອນໄຫວວຽກງານ ຂອງປະທານ ສຸພານຸວົງ ໃນພາລະກິດ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ເພື່ອໃຫ້ນັກເຝິກອົບຮົມ ເຫັນແຈ້ງທາດແທ້ ຂອງພວກລ່າເມືອງຂຶ້ນ ແລະ ລູກແຫຼ່ງຕີນມື, ທາດແທ້ ຄວາມໜັກແໜ້ນທາງດ້ານການເມືອງ, ເຊື່ອໝັ້ນຕໍ່ແນວທາງການປະຕິວັດ, ຍອມເສຍສະຫຼະຊີວິດສ່ວນຕົວ ເພື່ອພາລະກິດປະຕິວັດ ຕໍ່ສູ້ກອບກູ້ເອົາຄວາມເປັນຊາດ ເອກະລາດ ປະຊາທິປະໄຕ ມາໃຫ້ປະຊາຊົນລາວບັນດາເຜົ່າ ຂອງປະທານ ສຸພານຸວົງ ກໍຄືຜູ້ນໍາການປະຕິວັດທ່ານອື່ນໆ ທີ່ເປັນບົດຮຽນອັນລໍ້າຄ່າ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃນຖັນແຖວກອງທັບ ເວົ້າລວມ, ເວົ້າສະເພາະ ນັກເຝິກອົບຮົບຊຸດນີ້ ຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າ ນໍາໄປໝູນໃຊ້ເຂົ້າໃນການດໍາລົງຊີວິດ ແລະ ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ປະກົດຜົນເປັນຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ