ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ບາດແຜ ຈາກລະເບີດລູກຫວ່ານ ແລະ ສຽງຮຽກຮ້ອງຈາກປະຊາຊົນລາວ
ເວລາອອກຂ່າວ: 2026-09-15 10:52:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1553 | ຄວາມນິຍົມ:



ສົງຄາມຈົບລົງໄປດົນແລ້ວ, ແຕ່ບາດແຜຂອງສົງຄາມຍັງບໍ່ຈົບຕາມ ເຊິ່ງໃນຫຼາຍພື້ນທີ່ຂອງປະເທດລາວ, ປະຊາຊົນຍັງຕ້ອງດຳລົງຊີວິດຢູ່ກັບລະເບີດທີ່ຍັງຝັງຢູ່ໃນດິນ, ລະເບີດເຫຼົ່ານີ້ ສາມາດແຕກຂຶ້ນໄດ້ທຸກເວລາ ແລະ ອາດພາກເອົາຊີວິດຄົນບໍລິສຸດໄປໃນພິບຕາດຽວ. ສໍາລັບພື້ນທີ່ທີ່ມີຄວາມສ່ຽງ ສຽງຂອງລູກລະເບີດແຕກ ຍັງດັງຢູ່ໃນຄວາມຊົງຈຳ, ມັນດັງຢູ່ໃນຫົວໃຈຂອງແມ່ທີ່ສູນເສຍລູກ, ຢູ່ໃນຄວາມງຽບ ຂອງຄົນພິການ ແລະ ຢູ່ໃນຄວາມຢ້ານກົວຂອງເດັກນ້ອຍ ທີ່ບໍ່ກ້າຍ່າງໄປໃນທົ່ງນາຂອງຕົນ. ຄວາມຕາຍທີ່ຍັງລໍຖ້າຢູ່ໃຕ້ດິນ, ລະເບີດລູກຫວ່ານບໍ່ພຽງແຕ່ແມ່ນເຫຼັກເກົ່າ ຫຼື ເສດຊາກຈາກສົງຄາມເທົ່ານັ້ນ ແຕ່ມັນແມ່ນຄວາມອັນຕະລາຍ ທີ່ຍັງມີຊີວິດ, ຍັງລໍຖ້າການສຳຜັດ, ການຂຸດດິນ ຫຼື ການກ້າວພາດພຽງຄັ້ງດຽວ. ລະເບີດລູກຫວ່ານ ແມ່ນອາວຸດທີ່ສາມາດກະຈາຍລູກລະເບີດນ້ອຍໆ ຈໍານວນຫຼາຍໄປໃນພື້ນທີ່ກວ້າງ, ບາງລູກທີ່ຍັງບໍ່ທັນແຕກໃນຕອນທີ່ຖືກປ່ອຍລົງມາ ກໍ່ຈະຝັງຢູ່ໃນໃຕ້ດິນ ແລະ ສາມາດແຕກໄດ້ທຸກເວລາທີ່ມີການກະທົບ. ອົງການ UNDP ລະບຸວ່າ: ລາວເປັນປະເທດໜຶ່ງ ທີ່ມີລະເບີດລູກຫວ່ານຫຼາຍກວມເອົາໜຶ່ງສ່ວນສາມຂອງລະເບີດລູກຫວ່ານທີ່ຖືກປ່ອຍລົງມາ ບໍ່ໄດ້ແຕກໃນເວລານັ້ນ ແລະ ຍັງຄົງຖືກຝັງໄວ້ຢູ່ໃນໃຕ້ດິນ ເຊິ່ງອີງຕາມການສໍາຫຼວດຂອງໜ່ວຍງານດັ່ງກ່າວ ມາຮອດປັດຈຸບັນຍັງມີທົ່ງນາຫຼາຍແຫ່ງທີ່ຊາວບ້ານບໍ່ກ້າໄຖ, ມີປ່າໄມ້ຫຼາຍບ່ອນທີ່ບໍ່ກ້າເຂົ້າໄປ ແລະ ມີຫຼາຍເສັ້ນທາງທີ່ເດັກນ້ອຍ ຕ້ອງຍ່າງຜ່ານດ້ວຍຄວາມຢ້ານກົວ. ຄວາມເສຍຫາຍຈາກລະເບີດບໍ່ມີພຽງແຕ່ຕອນທີ່ລະເບີດແຕກເທົ່ານັ້ນ ແຕ່ມັນໄດ້ເອົາຊີວິດຂອງຄົນໃນຄອບຄົວໄປນໍາ, ເຮັດໃຫ້ຫຼາຍຄົນບາດເຈັບ ຫຼື ພິການ ແລະ ປ່ຽນຊີວິດທັງໝົດຂອງຄອບຄົວ. ພໍ່ອາດບໍ່ໄດ້ກັບຈາກທົ່ງນາ, ແມ່ບາງຄົນບໍ່ໄດ້ກັບມາຫາລູກ ແລະ ເດັກບາງຄົນຕ້ອງເຕີບໃຫຍ່ໂດຍມີຮ່າງກາຍບໍ່ສົມບູນ. ສຳລັບຜູ້ທີ່ລອດຊີວິດ ບາງຄົນຕ້ອງຢູ່ກັບຮ່າງກາຍທີ່ສູນເສຍແຂນຂາ, ຄວາມເຈັບປວດ ແລະ ຄວາມຍາກລຳບາກຕະຫຼອດຊີວິດ. ເມື່ອຄົນຫາລ້ຽງຄອບຄົວບາດເຈັບ ຫຼື ເສຍຊີວິດ ລາຍຮັບຂອງຄອບຄົວກໍຫຼຸດລົງ, ຄ່າຮັກສາພະຍາບານຮ່າງກາຍເປັນພາລະໜັກຂຶ້ນ, ເດັກບາງຄົນອາດຕ້ອງໄດ້ຢຸດຮຽນ ແລະ ຄອບຄົວຕ້ອງຢູ່ຢ່າງຍາກລຳບາກກວ່າເກົ່າ. ປະຊາຊົນຫຼາຍທ້ອງຖິ່ນໄດ້ຕັ້ງຄໍາຖາມວ່າ: ເປັນຫຍັງຄົນບໍລິສຸດຈຶ່ງຕ້ອງຕາຍ?, ເປັນຫຍັງຊາວນາ ຈຶ່ງຕ້ອງຢ້ານດິນຂອງຕົນ? ແລະ ເປັນຫຍັງເດັກນ້ອຍ ຈຶ່ງຕ້ອງຮຽນວິທີຫຼີກລ້ຽງຈາກລູກລະເບີດ ແທນທີ່ຈະໄດ້ຮຽນຢ່າງປອດໄພ? ພວກເຮົາຕ້ອງການຢາກໃຫ້ມີຄວາມຍຸຕິທຳ, ຢາກໃຫ້ມີຄວາມຮັບຜິດຊອບ ແລະ ບໍ່ຢາກໃຫ້ມີຄົນຕາຍຍ້ອນລະເບີດລູກຫວ່ານອີກ, ພວກເຮົາຂໍຮຽກຮ້ອງໃຫ້ທຸກປະເທດຢຸດການໃຊ້, ຜະລິດ, ຊື້ຂາຍ ແລະ ເກັບສະສົມລະເບີດລູກຫວ່ານ. ພວກເຮົາຂໍໃຫ້ຜູ້ທີ່ມີສ່ວນຮັບຜິດຊອບຕໍ່ຄວາມເຈັບປວດນີ້ ຮ່ວມຮັບຜິດຊອບໃນການເກັບກູ້, ການຟື້ນຟູ ແລະ ການຊົດເຊີຍຄວາມເສຍຫາຍ. ພວກເຮົາຂໍໃຫ້ຜູ້ປະສົບໄພທຸກຄົນໄດ້ຮັບການຮັກສາ, ຊ່ວຍເຫຼືອ, ຂໍໃຫ້ລະເບີດລູກຫວ່ານຖືກເກັບກູ້ອອກໃຫ້ໝົດຈາກແຜ່ນດິນລາວ ແລະ ຂໍໃຫ້ປະຊາຊົນລາວດໍາລົງຊີວິດຢ່າງປອດໄພໃນບ້ານເກີດຂອງຕົນ. ໂດຍ: ສຸເວດ ສີດາຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ