ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງພົນທີ 1 ເປີດຊຸດອົບຮົມວຽກງານເຕັກນິກການທະຫານ ໄລຍະສັ້ນ ປະຈຳປີ 2026
ເວລາອອກຂ່າວ: 2026-09-15 10:44:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 557 | ຄວາມນິຍົມ:



ວັນທີ 14 ກັນຍາ 2026 ນີ້, ກອງພົນທີ 1 ໄດ້ເປີດຊຸດອົບຮົມວຽກງານເຕັກນິກ ໄລຍະສັ້ນ ປະຈຳປີ 2026 ໂດຍເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳຊາວ ລິນທະກຸນແກ້ວ ຫົວໜ້າການທະຫານ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ອຸ່ນຄຳ ສິ່ງມະນີ ຮອງຫົວໜ້າຫ້ອງເຕັກນິກ ໄດ້ຜ່ານຂໍ້ຕົກລົງອະນຸມັດ ເປີດຊຸດອົບຮົມວຽກງານເຕັກນິກການທະຫານ ໄລຍະສັ້ນ ຂອງກອງພົນທີ 1 ປະຈຳປີ 2026. ຈາກນັ້ນ, ສະຫາຍ ພັນໂທ ຄຳເພັດ ດວງຈັນ ຫົວໜ້າພະແນກແຜນການເຕັກນິກ ໄດ້ຜ່ານແຜນການອົບຮົມວຽກງານເຕັກນິກ ການທະຫານ ໄລຍະສັ້ນ ປະຈຳປີ 2026 ເພື່ອເຮັດໃຫ້ນັກເຝິກອົບຮົມ ຮັບຮູ້ ເຂົ້າໃຈ ກ່ຽວກັບວຽກງານຮັບປະກັນເຕັກນິກ ກຳໄດ້ບົດບາດ, ຄວາມໝາຍ ຄວາມສຳຄັນ ເປັນພື້ນຖານໃຫ້ແກ່ກົມກອງ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ-ນັກຮົບວິຊາສະເພາະເຕັກນິກ ທາງດ້ານທິດສະດີ ປະສານສົມທົບກັບການປະບັດຕົວຈິງ ຢູ່ໃນກົມກອງ ໃຫ້ມີຄວາມຊໍານິຊໍານານ ແລະ ສອດຄ່ອງກັບໜ້າທີ່ການເມືອງ ໃຫ້ເປັນລະບົບຕໍ່ເນື່ອງ ແລະ ຖືກກັບຫຼັກການ, ເປັນການທົບທວນຄືນບັນດາບົດຮຽນ, ຂໍ້ກຳນົດ, ກົດລະບຽບຕ່າງໆ ທີ່ໄດ້ຮຽນມາ, ເປັນການປັບປຸງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເຕັກນິກ ຢູ່ບັນດາກົມກອງ ໃຫ້ມີປະສິດທິຜົນສູງກວ່າເກົ່າ. ເນື້ອໃນການອົບຮົມ-ຫັດແອບ ຂອງແຕ່ລະເຫຼົ່າຮົບວິຊາສະເພາະເຕັກນິກມືຄື: ອົບຮົມວຽກງານເສນາເຕັກນິກ, ວຽກງານຄຸ້ມຄອງລົດ, ວຽກງານສ້ອມແປງລົດໂອໂຕ, ວຽກງານຄຸ້ມຄອງອາວຸດ-ກະສຸນ, ວຽກງານເຕັກນິກເຫຼົ່າຮົບ, ວຽກງານມາດຕະຖານ, ວັດແທກ, ຄຸນນະພາບ. ການອົບຮົມ-ຫັດແອບຈະໄດ້ດຳເນີນເປັນເວລາ 5 ວັນ ນັບແຕ່ວັນທີ 14-18 ກັນຍາ 2026 ຈຶ່ງສຳເລັດ ເຊິ່ງມີນັກອົບຮົມ-ຫັດແອບ ທັງໝົດ 93 ສະຫາຍ. ໂດຍ: ຄຳພຸດ ພານຸວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ