ກອງພັນໃຫຍ່ 11 ເປັນເຈົ້າການປ້ອງກັນເວນຍາມ ກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
ເວລາອອກຂ່າວ: 2026-09-15 10:41:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ: ![]()
ເພື່ອຮັບປະກັນໃຫ້ແກ່ກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ຂຶ້ນຢ່າງເປັນທາງການໃນລະຫວ່າງ ວັນທີ 13-18 ກັນຍາ 2026 ນີ້, ໃຫ້ມີຜົນສຳເລັດຢ່າງຈົບງາມ ແລະ ມີຄວາມສະຫງົບປອດໄພນັ້ນ, ກອງພັນໃຫຍ່ 11 ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນເວນຍາມ ໂດຍໄດ້ຈັດຕັ້ງກຳລັງເຄື່ອນໄຫວສາລະເວໃນຂອບເຂດຮັບຜິດຊອບຕະຫຼອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ກອງປະຊຸມໃນຄັ້ງນີ້ ມີຄວາມສະຫງົບປອດໄພ.
ສະຫາຍ ພັນໂທ ໂພທະເລ ທຳມະວົງສາ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 11, ຫົວໜ້າຄະນະຮັບຜິດຊອບພາກສະໝາມ ໄດ້ໃຫ້ຮູ້ວ່າ: ນັບແຕ່ໄດ້ຮັບຄຳສັ່ງຈາກກົມສູ້ຮົບ ກໍຄືກົມໃຫຍ່ເສນາທິການກອງທັບ ໃນການເພີ່ມທະວີວຽກງານປ້ອງກັນ ເຮັດໃຫ້ສະພາບມີຄວາມສະຫງົບປອດໄພ ໃນໂອກາດດໍາເນີນກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ ສປປ ລາວ ເປັນເຈົ້າພາບ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 11 ໄດ້ຖືເອົາເນື້ອໃນດັ່ງກ່າວມາ ສ້າງເປັນແຜນການເຄື່ອນໄຫວວຽກງານແຕ່ລະດ້ານຢ່າງລະອຽດ ພ້ອມທັງ ນຳພາ-ຊີ້ນໍາ ແຕ່ລະພາກສ່ວນ ແລະ ມອບໝາຍໃຫ້ພະນັກງານ-ນັກຮັບ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍມີການແບ່ງໜ້າວຽກ ແລະ ມອບໝາຍໜ້າທີ່ເຄື່ອນໄຫວສາລະເວຕະຫຼອດ 24 ຊົ່ວໂມງ ໃນຂອບເຂດຄວາມຮັບຜິດຊອບ ແລະ ປ້ອງກັນເວນຍາມສະຖານທີ່ສຳຄັນຕ່າງໆ ຕາມແຕ່ລະຈຸດ ໃນນີ້, ກອງພັນໃຫຍ່ 11 ນໍາໃຊ້ກຳລັງທັງໝົດ 160 ສະຫາຍ, ເຮັດໜ້າທີ່ຕົວຈິງ 100 ສະຫາຍ ແລະ 60 ສະຫາຍ ເປັນກອງກຽມ, ແບ່ງອອກເປັນ 8 ຈຸໃຫຍ່, ມີພາຫະນະຮັບປະກັນລົດສູ້ຮົບ 4 ຄັນ ເຊິ່ງເລີ່ມເຂົ້າຍຶດພື້ນທີ່ ນັບແຕ່ວັນທີ 12 ກັນຍາ 2026 ເປັນຕົ້ນມາ. ສະນັ້ນ, ເພື່ອຮັບປະກັນໃຫ້ກອງປະຊຸມໃນຄັ້ງນີ້ ມີຜົນສຳເລັດສູງຮັກສາໄດ້ຄວາມສະຫງົບປອດໄພ ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບ ທີ່ເຮັດໜ້າທີ່ປ້ອງກັນເວນຍາມທຸກສະຫາຍ ຕ້ອງມີສະຕິສູງ, ຍົກສູງຕໍ່ວຽກງານກຽມພ້ອມສູ້ຮົບ ເພື່ອຕໍ່ຕ້ານກັບສະພາບການທີ່ຈະເກີດຂຶ້ນໃຫ້ທັນເວລາ ເປັນຕົ້ນ ຕ້ອງໄດ້ຍົກສູງສະຕິຕໍ່ວຽກງານກຽມພ້ອມສູ້ຮົບຕະຫຼອດເວລາ, ເອົາໃຈໃສ່ການເຄື່ອນໄຫວປ້ອງກັນສາລະເວໃນແຕ່ລະຈຸດຕະຫຼອດ 24 ຊົ່ວໂມງ ນອກນັ້ນ, ຍັງໄດ້ສົມທົບກັບບັນດາກຳລັງ ປກສ ທີ່ເຮັດໜ້າທີ່ປ້ອງກັນກອງປະຊຸມໃນຄັ້ງ, ພ້ອມທັງ ເອົາໃຈໃສ່ປັບປຸງລະບຽບແບບແຜນ ຂອງບັນດາກຳລັງທີ່ໄດ້ເຮັດໜ້າທີ່ປ້ອງກັນ ເພື່ອຮັບປະກັນເຮັດໃຫ້ສະພາບ ມີຄວາມສະຫງົບປອດໄພ 100%.
ໂດຍ: ນົກ ບຸນມາເລີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















