ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ໂຮງຮຽນ 303 ສ້າງ​ຂະ​ບວນ​ການ ອອກແຮງ​ງານ​ລວມ ແລະ ແຂ່ງຂັນ​ກິລາ
ເວລາອອກຂ່າວ: 2026-09-15 09:19:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ໂຮງ ຮຽນ 303 ໄດ້​ສ້າງ​ຂະ​ບວນ​ການອອກແຮງ​ງານ​ລວມ ແລະ ແຂ່ງຂັນ​ກິລາ ​ເພື່ອ​ຂໍ່ານັບ​ຮັບ​ຕ້ອນວັນ​ສຳຄັນ​ຕ່າງໆ, ນຳພາ​ໂດຍ​ ສະຫາຍ ພັນ​ໂທ ສີ​ພາ ສິພາ​ວັນ ຜູ້​ຊີ້​ນຳ​ອົງ​ການຈັດຕັ້ງ​ມະຫາຊົນ​ໂຮງຮຽນ, ມີ​ ສະຫາຍ ຮ້ອຍ​ເອກ ແຕງ ແກ້ວ​ບົວທອງ ຫົວໜ້າ​ຂະແໜງ​ຊາວ​ໜຸ່ມ ພ້ອມ​ດ້ວຍສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ ທົ່ວ​ໂຮງຮຽນ​ເຂົ້າ​ຮ່ວມ ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ. ການ​ອອກແຮງ​ງານ​ລວມ​ຄັ້ງ​ນີ້ ໄດ້​ຕັດ​ຫຍ້າ, ເກັບ​ເສດ​ຂີ້​ເຫຍື້ອ, ປັບ​ຖົມ​ດິນ​ບ່ອນ​ເປັນຂຸມ ຂອບເຂດ​ເຮືອນນອນ, ໜ້າ​ຫ້ອງການ, ເດີ່ນ​ບານເຕະ ແລະ ບໍລິເວນ​ຄ້າຍ​ຄູ ເພື່ອ​ເຮັດ​ໃຫ້​ກົມ​ກອງມີ​ຄວາມ​ສະອາດ​ຈົບງາມ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ພ້ອມ​ກັນ​ນີ້, ກໍ​ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ເຕະບານ​ລະຫວ່າງໜ່ວຍ​ຊາວ​ໜຸ່ມ ເພື່ອ​ສ້າງ​ໃຫ້​ກົມ​ກອງມີ​ບັນຍາກາດ​ຟົດຟື້ນ ທັງ​ເຮັດ​ໃຫ້​ພະນັກງານ-ນັກຮົບ ມີ​ສຸຂະພາບ​ແຂງແຮງ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ແດງ ນັນທະ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ