ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 13 ຕຸລາ 2026

  

ຊ້ອມ​ປະສານ ​ຄັ້ງທີ I ກະກຽມ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ ລົດ​ຕັງ-ຍານ​ເກາະ ຄົບຮອບ 65 ປີ
ເວລາອອກຂ່າວ: 2026-09-15 09:17:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ວັນ​ທີ 10 ກັນຍາ 2026 ນີ້, ຢູ່​ທີ່ ກອງພັນ​ໃຫຍ່ 279 ໄດ້​ຈັດ​ພິທີ​ຫັດ​ແອບ​ການ​ເດີນ​ສວນ​ສະ ໜາມ​ຊ້ອມ​ປະສານ ຄັ້ງ​ທີ I ເພື່ອ​ກະກຽມ​ງານ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ລົດ​ຕັງ-ຍານ​ເກາະ ຄົບຮອບ 65 ປີ ( 1 ຕຸລາ 1961-1 ຕຸລາ 2026 ) ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ເອກ ບຸນ​ປອນ ລົມ​ພະຈັນ ຮັກສາ​ການ​ຫົວໜ້າ​ກົມ​ລົດ​ຕັງ-ຍານ​ເກາະ ກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບ, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ ກອງພັນ​ໃຫຍ່ 279, ກອງພັນ​ໃຫຍ່ 661, ກອງພັນ​ໃຫຍ່ 11 ພ້ອມ​ດ້ວຍ​ຄະນະ​ຮັບຜິດຊອບ ແລະ ກ້ອນ​ກຳລັງ ແຕ່​ລະ​ພາກ ສ່ວນ​ເຂົ້າ​ຮ່ວມ. ສຳລັບ​ການ​ຫັດ​ແອບ​ເດີນ​ສວນສະໜາມ​ປະກອບ​ມີ​ທັງ​ໝົດ 9 ກ້ອນ​ກຳລັງ ໃນ​ນັ້ນ​ມີ: ກ້ອນ ທຸງໄຊ, ກ້ອນ​ພະນັກງານ, ກ້ອນ​ກອງພັນ​ 161, ກ້ອນ​ກອງພັນ​ 162, ກ້ອນ​ກອງພັນ​ໃຫຍ່ 279, ກ້ອນ​ກອງພັນ​ໃຫຍ່ 11, ກ້ອນ​ກອງພັນ​ 615, ກ້ອນ​ສະຫະພັນ​ແມ່ຍິງ ແລະ ກ້ອນ​ເຍົາວະ​ຊົນ. ພາຍຫຼັງ​ສຳເລັດ​ການສະແດງ, ສະຫາຍ ພັນ​ເອກ ບຸນ​ປອນ ລົມ​ພະຈັນ ຍັງ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່​ທຸກ​ພາກສ່ວນ​ທີ່​ໄດ້​ເອົາໃຈໃສ່​ໃນ​ການ​ເຝິກຊ້ອມ​ຫັດ​ແອບ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້ ຄະນະ​ຮັບຜິດຊອບ​ແຕ່​ລະ​ພາກສ່ວນ, ບັນດາ​ກ້ອນ​ກຳລັງ​ສືບ​ຕໍ່​ເອົາໃຈໃສ່​ປັບປຸງບ່ອນ​ທີ່ຍັງ​ບໍ່​ສອດຄ່ອງ, ບັນຫາ​ຂໍ້ຄົງຄ້າງ​ຕ່າງໆ ເພື່ອ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ ແລະ ສວຍ​ງາມບໍ​ໃຫ້​ມີ​ຄວາມ​ຮັບ​ຜິດພາດ ພ້ອມ​ທັງ​ຮັບ ປະກັນ​ໃນ​ການສະແດງ​ຊ້ອມ​ໃຫຍ່​ໃນ​ຄັ້ງ​ໜ້າ ໃຫ້​ມີ​ຜົນສຳເລັດ​ຕາມ​ຄາດໝາຍ. ຈາກ​ນັ້ນ, ສະຫາຍຍັງ​ໄດ້​ນຳ​ເອົາ ວັດຖຸ-ປັດໄຈ ຈຳນວນ​ໜຶ່ງ​ມາ​ມອບ​ໃຫ້ ຄະນະຮັບຜິດ ຊອບ​ແຕ່​ລະ​ກ້ອນ​ສວນສະໜາມ​ຕື່ມ​ອີກ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ