ຮອງປະທານກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຕິດຕາມກວດກາການເຄື່ອນໄຫວວຽກງານ ປະຈຳປີ 2026 ຢູ່ແຂວງສາລະວັນ
ເວລາອອກຂ່າວ: 2026-09-14 15:23:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 770 | ຄວາມນິຍົມ: ![]()
ວັນທີ 14 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງສາລະວັນ ເປີດກອງປະຊຸມ ຕິດຕາມກວດກາການເຄື່ອນໄຫວວຽກງານ ປກຊ-ປກສ ຂອງສະພາແຫ່ງຊາດ ປະຈຳປີ 2026 ໂດຍການປະທານ ຂອງສະຫາຍ ພົນຈັດຕະວາ ແສງທອງ ທຳມະເທວາ ຮອງປະທານກຳມະທິການ ປກຊ-ປກສ ສະພາແຫ່ງຊາດ, ມີທ່ານ ນາງ ວາດສະໜາ ໂພໄຊຍະວົງ ກຳມະການຄະນະພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຄະນະສະເພາະກິດຈາກສະພາແຫ່ງຊາດ, ຄະນະພັກກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫ້ອງການ ຄະນະກໍາມະການ ປກຊ-ປກສ ແຂວງ, ສະຫະພັນນັກຮົບເກົ່າ ແລະ ບັນດາພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງ ເຂົ້າຮ່ວມ
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ກ່ຽວກັບບັນຫາຂໍ້ຄົງຄ້າງ ທີ່ຕ້ອງໄດ້ພ້ອມກັນແກ້ໄຂ ເປັນຕົ້ນແມ່ນ ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ບັນຫາຢາເສບຕິດ, ກຸ່ມຄົນບໍ່ຫວັງດີອາລະວາດ, ສ້າງກຸ່ມແກ້ງເຄື່ອນໄຫວຄ້າຂາຍສິ່ງຜິດກົດໝາຍ, ບັນຫາຄົນເຂົ້າ-ອອກເມືອງຜິດກົດໝາຍ, ບັນຫາຊາຍແດນ. ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບການປະກອບຄຳຄິດເຫັນ ແລະ ຄຳສະເໜີ ເພື່ອໃຫ້ປະທານກອງປະຊຸມນຳສະເໜີຂັ້ນເທິງຄົ້ນຄວ້າປັບປຸງ ຕື່ມອີກ.
ໂດຍ: ສຸກັນ ວົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















