ເປີດການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ ຂະບວນລົດໄຟສັນຕິພາບ-2026 ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ
ເວລາອອກຂ່າວ: 2026-09-07 15:45:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 586 | ຄວາມນິຍົມ: ![]()
ພິທີ ເປີດການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2026 ນີ້, ຢູ່ທີ່ ສະໂມສອນ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ແລະ ສະຫາຍ ພັນເອກ ອຸຕ່ານ ຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິການ, ຄະນະກຳມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ຄະນະຊີ້ນໍາການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026", ສະຫາຍ ພັນເອກ ຫຼີປິງ ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອໍານວນການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າຄະນະທີມແພດກອງທັບປົດປ່ອຍປະຊາຊົນຈີນ, ມີ ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມດ້ວຍບັນຄະນະອະນຸກຳມະການ, ນັກຫັດແອບຈາກສອງກອງທັບ ລາວ-ຈີນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ຄະນະຊີ້ນໍາທັງສອງຝ່າຍໄດ້ລາຍງານຈຸດປະສົງ ແລະ ແຜນການເຝິກຊ້ອມ ໂດຍ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຄະນະຊີ້ນໍາການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ໄດ້ລາຍງານວ່າ: ຂະບວນລົດໄຟສັນຕິພາບ ລາວ-ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017, ຄັ້ງນີ້ ເປັນຄັ້ງທີ 6 ແລະ ເປັນຄັ້ງທີ 3 ທີ່ນໍາໃຊ້ຂະບວນລົດໄຟຕົວຈິງ ເຂົ້າໃນການເຝິກຊ້ອມ, ພິເສດ ການເຝິກຊ້ອມຮ່ວມຂະບວນລົດໄຟສັນຕິພາບ-2026 ນີ້ ຈະໂດຍນໍາໃຊ້ອຸປະກອນອັດສະລິຍະທີ່ບໍ່ມີຄົນຂັບເພື່ອຊອກຄົ້ນ ແລະ ຂົນສົ່ງຄົນເຈັບ ແລະ ແມ່ນເຫດການໜຶ່ງທີ່ສໍາຄັນໃນການຈັດຕັ້ງປະຕິບັດສົນທິສັນຍາ ສາຍພົວພັນຮ່ວມມື ທາງດ້ານການທູດ ລະຫວ່າງ ສອງຊາດ ລາວ-ຈີນ ທີ່ໄດ້ໝູນວຽນຄົບຮອບ 65 ປີ ພ້ອມດຽວກັນນັ້ນ, ກໍແມ່ນປີທີ່ມີຄວາມໝາຍສໍາຄັນໃນການເປີດໃຊ້ບໍລິການໂຄງການລົດໄຟ ລາວ-ຈີນ ຄົບຮອບ 5 ປີ.
ການກະກຽມເຝິກຊ້ອມໃນຄັ້ງນີ້ ໃນໄລຍະ 2 ເດືອນຜ່ານມາ ຄະນະຮັບຜິດຊອບເຝິກຊ້ອມ ໄດ້ມີການປະສານງານເປີດກອງປະຊຸມຮ່ວມຄົ້ນຄວ້າປຶກຫາລື ເອກະພາບທາງດ້ານເນື້ອໃນ ແລະ ແຜນການເຝິກຊ້ອມ ເປັນແຕ່ລະໄລຍະ. ມາຮອດປັດຈຸບັນ ການກະກຽມຄວາມພ້ອມ ມີຄວາມສໍາເລັດ 100% ເປັນຕົ້ນແມ່ນ ເນື້ອໃນການຫັດແອບ, ອຸປະກອນການແພດ, ພາຫະນະຮັບໃຊ້, ການສ້າງສະໜາມຫັດແອບ, ໂຮງໝໍສະໜາມ , ວຽກງານຮັບປະກັນທາງດ້ານພະລາທິການ ແລະ ວຽກງານຮັບປະກັນດ້ານຕ່າງໆ. ຂະບວນການເຝິກຊ້ອມຈະນໍາໃຊ້ກໍາລັງພົນເຂົ້າຮ່ວມທັງໝົດ 710 ສະຫາຍ, ມີກໍາລັງຝ່າຍ ລາວ 560 ສະຫາຍ (ໃນນີ້ ມີນັກເຝິກຊ້ອມ 263 ສະຫາຍ) ແລະ ກໍາລັງເພື່ອນຈາກ ສປ ຈີນ ເຂົ້າຮ່ວມ 150 ສະຫາຍ; ດ້ານເນື້ອໃນເຝິກຊ້ອມຈະໄດ້ຈໍາລອງເຫດການໄພພິບັດທີ່ເກີດຈາກໄພທໍາມະຊາດ ມີຝົນຕົກໜັກ, ເກີດພະຍຸລົມແຮງ ແບບກະທັນຫັນ, ມີກໍລະນີຖືກຜົນກະທົບເປັນຈໍານວນຫຼາຍ ໃນນັ້ນ, ມີຜູ້ຄົນຂາດທີ່ຢູ່ອາໄສ, ຖືກບາດເຈັບ ແຂນ, ຂາຫັກ, ກະທົບຫົວ, ກະທົບເອິກ, ກະທົບທ້ອງ, ຊຸດໂຊມລະບົບຫາຍໃຈ. ຂະບວນລົດໄຟສັນຕິພາບ ນອກຈາກຈະສ້າງຄວາມເຂັ້ມແຂງໃຫ້ແກ່ເຫຼົ່າຮົບເສນາຮັກແລ້ວ ຍັງເປັນການເພີ່ມຂີດຄວາມສາມາດ ຂອງແພດໝໍໃຫ້ມີຄວາມຊໍານິຊໍານານງານ ແລະ ຍັງເປັນການຜູກແໜ້ນສາຍພົວພັນຄວາມສາມັກຄີ-ມິດຕະພາບ ລະຫວ່າງ ສອງຊາດ, ສອງກອງທັບ, ສອງເຫຼົ່າຮົບເສນາຮັກ ລາວ-ຈີນ, ຈີນ-ລາວ ໃຫ້ແໜ້ນແຟ້ນຂຶ້ນຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ກ່າວເປີດພິທີຢ່າງເປັນທາງການວ່າ: ການຮ່ວມມືຊ່ວຍເຫຼືອ ລະຫວ່າງ ສອງກອງທັບ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມື ລະຫວ່າງສອງເຫຼົ່າຮົບເສນາຮັກ ມີຄວາມເຕີບໃຫຍ່ໜຽວແໜ້ນ ເປັນຕົ້ນແມ່ນການຊ່ວຍເຫຼືອກໍ່ສ້າງໂຮງໝໍ ແລະ ປະກອບເຄື່ອງມືການແພດທີ່ທັນສະໄໝ ພ້ອມກັນນັ້ນ, ຍັງໄດ້ສົ່ງຊ່ຽວຊານສະເພາະດ້ານ ຜັດປ່ຽນກັນມາປະຈຳຢູ່ໂຮງໝໍສູນກາງ 103 ກອງທັບ ໃນທຸກໆ ປີ ນອກນັ້ນ, ຍັງໄດ້ຊ່ວຍເຫຼືອກໍ່ສ້າງບຸກຄະລາກອນການແພດ ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຈຳນວນຫຼວງຫຼາຍ ເຮັດໃຫ້ເຫຼົ່າຮົບເສນາຮັກ ກອງທັບປະຊາຊົນລາວ ມີຄວາມເຂັ້ມແຂງທາງດ້ານວິຊາການ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກຜູ້ມາໃຊ້ບໍລິການໃນໂຮງໝໍຂອງກອງທັບ, ຕໍ່ການຊ່ວຍເຫຼືອດັ່ງກ່າວ ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ ກອງທັບປົດປ່ອຍປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃຫ້ແກ່ກອງທັບປະຊາຊົນລາວ.
ການເຝິກຊ້ອມຮ່ວມໃນການຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດຮ່ວມສອງກອງທັບ ລາວ-ຈີນ ແມ່ນຄວາມມຸ່ງປະສົງໜຶ່ງ ຂອງສອງພັກ, ສອງລັດ, ສອງກອງທັບ ນອກຈາກຈະເປັນການສະສົມປະສົບການ, ການສ້າງຄວາມເຂັ້ມແຂງທາງດ້ານວິຊາການແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີ ມິດຕະພາບ ລະຫວ່າງ ເຫຼົ່າຮົບເສນາຮັກ ແລະ ພະນັກງານແພດໝໍ ຂອງສອງກອງທັບນຳອີກ, ສັນຍະລັກສໍາຄັນໜຶ່ງໃນປີ 2026 ນີ້ ເປັນປີສ້າງສາຍພົວພັນທາງການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 65 ປີ “ປີມິດຕະພາບ ລາວ-ຈີນ” ແລະ ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຄົບຮອບ 5 ປີ ແລະ ພິເສດ ປີ 2026 ນີ້ ກົມເສນາຮັກ (ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ) ຈະໄດ້ຮັບ ແລະ ເປີດນຳໃຊ້ສູນວິໄຈພະຍາດເຂດຮ້ອນ ທີ່ ກອງທັບປົດປ່ອຍປະຊາຊົນຈີນ ສ້າງ ແລະ ຈະມອບໃຫ້ໃນໄວໆ ນີ້. ການຮ່ວມເຝິກຊ້ອມຊ່ວຍເຫຼືອມະນຸດສະທຳດ້ານການແພດ (ຂະບວນລົດໄຟສັນຕິພາບ) ຂອງສອງກອງທັບ ລາວ-ຈີນ ຍັງໄດ້ຕີລາຄາສູງ ແລະ ເຫັນໄດ້ຄວາມສາມັກຄີແບບພິເສດ ລະຫວ່າງ ສອງລັດຖະບານ ກໍຄືສອງກອງທັບ ລາວ-ຈີນ ທີ່ໄດ້ຮ່ວມກັນເຊັນສັນຍາແຜນແມ່ບົດວ່າດ້ວຍຄູ່ຮ່ວມຊະຕາກຳຮອບດ້ານ ລາວ-ຈີນ ເວົ້າສະເພາະເປັນການຍົກລະດັບຂີດຄວາມສາມາດໃນການກອບກູ້, ຊ່ວຍເຫຼືອ ແລະ ແກ້ໄຂເຫດການໄພພິບັດທຳມະຊາດ ຮ່ວມກັນ ລະຫວ່າງ ສອງເຫຼົ່າຮົບເສນາຮັກ. ການເຝິກກອບກູ້ໄພພິບັດຄັ້ງນີ້ ແມ່ນການຊອກຄົ້ນກອບກູ້ ແລະ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກລົມພະຍຸຮ້າຍແຮງ ເຊິ່ງເຫດການນີ້ ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫຼວງຫຼາຍ. ກິດຈະກໍາຄັ້ງນີ້ ຈະດໍາເນີນໄປເປັນເວລາ 16 ວັນ ແບ່ງເປັນສອງໄລຍະຄື: ວັນທີ 7-14 ກັນຍາ 2026 ແມ່ນການຊ້ອເຝິກມຊ່ວຍເຫຼືອກອບກູ້ໄພພິບັດ ຢູ່ນະຄອນຫຼວງວຽງຈັນ ທີ່ ສະໜາມຈໍາລອງ (ສະຖານີປ່ຽນຖ່າຍສິນຄ້າດົງໂພສີ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ວັນທີ 15-22 ກັນຍາ 2026 ແມ່ນກິດຈະກໍາບໍລິການ ກວດສຸຂະພາບ (ຢູ່ ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍບໍລິເວນ 106 ກອງທັບ, ໂຮງໝໍບໍລິເວນ 109 ກອງທັບ ແລະ ໂຮງໝໍທະຫານແຂວງອັດຕະປື) ເຊິ່ງທີມແພດຝ່າຍຈີນ ຈະໄດ້ຈັດແບ່ງກຳລັງເພື່ອໄປກວດສຸຂະພາບ ແລະ ເບີກຈ່າຍຢາປົວພະຍາດ ໂດຍບໍ່ເສຍຄ່າ.
ຈາກນັ້ນ, ຄະນະທັງສອງຝ່າຍ ຍັງໄດ້ເຄື່ອນໄຫວກວດກາສະໜາມຕົວຈິງ ເພື່ອຮັບປະກັນຄວາມພ້ອມໃນການເຝິກຊ້ອມ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















