ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງພົນທີ 1 ເປີດຊຸດອົບຮົມ ວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ
ເວລາອອກຂ່າວ: 2026-09-07 15:27:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ:



ວັນທີ 7 ກັນຍາ 2026 ນີ້, ກອງພົນທີ 1 ໄດ້ເປີດຊຸດອົບຮົມ ວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ຂັ້ນກອງຮ້ອຍ, ໂດຍເປັນປະທານ ຂອງສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວໜ້າຫ້ອງການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ ອົງການ, ຫ້ອງ, ກອງພັນໃຫຍ່, ກອງພັນ, ກອງຮ້ອຍ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳພັດ ສີວິໄຊ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດເປີດຊຸດອົບຮົມ ວຽກງານພັກ-ວຽກງານການເມືອງ ຂັ້ນກອງຮ້ອຍ ຊຸດທີ IV ທົ່ວກອງພົນທີ 1. ຈາກນັ້ນ, ສະຫາຍ ພັນໂທ ພູວຽງ ອາລຸນຊົມ ຫົວໜ້າພະແນກໂຄສະນາ-ອົບຮົມ ຫ້ອງການເມືອງ ໄດ້ຜ່ານແຜນການອົບຮົມ ວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ ຊຸດທີ IV ທົ່ວກອງພົນທີ 1 ປະຈຳປີ 2026 ເຊິ່ງການເປີດຊຸດອົບຮົມໃນຄັ້ງນີ້ ເພື່ອຍົກລະດັບທິດສະດີການເມືອງ ໃຫ້ພະນັກງານຂັ້ນນຳພາ-ບັນຊາ ທີ່ບໍ່ທັນຜ່ານໂຮງຮຽນນາຍທະຫານ ໃຫ້ກຳໄດ້ທິດສະດີ, ຫຼັກການ ແລະ ລະບຽບການໃນການນຳພາ-ບັນຊາກົມກອງ, ນຳເອົາແນວທາງນະໂຍບາຍ ຂອງພັກ-ລັດ ມາອົບຮົມໃຫ້ພະນັກງານການນຳ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກຢ່າງຖືກຕ້ອງ, ຍົກລະດັບທິດສະດີ, ຫຼັກການກ່ຽວກັບແບບແຜນວິທີເຮັດວຽກ ຂອງພະນັກງານ ຂັ້ນນຳພາ-ບັນຊາ ຢູ່ບັນດາກົມກອງຮາກຖານ ໃນຂັ້ນກອງຮ້ອຍ ໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ. ໂດຍ: ຄຳພຸດ ພານຸວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ