ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຫົວໜ້າການທະຫານ ວນກ ພົບປະໂອ້ລົມ ນັກຮຽນ-ນັກສຶກສາ ທຸກລະບົບ ກ່ອນເປີດສົກຮຽນໃໝ່
ເວລາອອກຂ່າວ: 2026-09-07 14:24:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 529 | ຄວາມນິຍົມ:



ວັນທີ 4 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ຄຳສຸກ ອິນທະພອນ ຫົວໜ້າການທະຫານ ວິທະຍາຄານ ນາຍທະຫານບົກ ກົມມະດຳ (ວນກ) ໄດ້ພົບປະໂອ້ລົມ ນັກຮຽນ-ນັກສຶກສາ ທຸກລະບົບ ກ່ອນເປີດສົກຮຽນໃໝ່ 2026-2027, ມີຄະນະຫ້ອງ, ກອງພັນ ແລະ ນັກຮຽນ-ນັກສຶກສາ ທຸກລະບົບ ເຂົ້າຮ່ວມ. ໃນພິທີ, ຄະນະພັກ-ຄະນະບັນຊາ ແຕ່ລະຫ້ອງ ໄດ້ຜັດປ່ຽນກັນຂຶ້ນລາຍງານທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະຫ້ອງ ໃຫ້ນັກຮຽນ-ນັກສຶກສາ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງ ເພື່ອເປັນຂໍ້ມູນພື້ນຖານ ປະກອບເຂົ້າໃນການສຶກສາຮ່ຳຮຽນ. ໂອກາດນີ້, ສະຫາຍ ພົວຈັດຕະວາ ຄຳສຸກ ອິນທະພອນ ໄດ້ຍົກໃຫ້ເຫັນຕົ້ນກຳເນີດ, ທີ່ຕັ້ງ, ພາລະບົດບາດ ຂອງ ວນກ. ພ້ອມທັງ ເນັ້ນໃຫ້ນັກຮຽນ-ນັກສຶກສາ ທຸກລະບົບ ຈົ່ງພ້ອມກັນຍົກສູງສະຕິຕໍ່ຄວາມຮັບຜິດຊອບຂອງຕົນ ແລະ ການຈັດຕັ້ງ, ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຄົ້ນຄວ້າ, ຮ່ຳຮຽນ ນຳຄູ-ອາຈານ ແລະ ໝູ່ເພື່ອນ, ປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ເວົ້າລວມ, ເວົ້າສະເພາະກໍຄື ຂອງວິທະຍາຄານ ແລະ ຂອງກອງພັນວາງອອກ ໃຫ້ເຂັ້ມງວດ ເພື່ອພັດທະນາຕົນເອງ ໃຫ້ກາຍເປັນ ນັກຮຽນດີ-ຮຽນເກັ່ງ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ສຶກສາ-ຮໍ່າຮຽນ ໃຫ້ກາຍເປັນພະນັກງານຮຸ່ນສືບທອດທີ່ດີ ຂອງກອງທັບ. ໂດຍ: ນາງ ຕ່ວນບຸບຜາ ທິບທິດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ