ຫົວໜ້າກົມໂຄສະນາອົບຮົມ ກມທ ເຄື່ອນໄຫວກວດກາພື້ນທີ່, ເກັບກໍາຂໍ້ມູນເພື່ອຈະສ້າງຫໍມູນເຊື້ອການນໍາ ແລະ ນັກຮົບປະຕິວັດ ຢູ່ຖໍ້າບ້ານຕ້າຍ ເມືອງແປກ
ເວລາອອກຂ່າວ: 2026-09-07 14:19:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 509 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ເຄື່ອນໄຫວກວດກາພື້ນທີ່, ເກັບກໍາຂໍ້ມູນເພື່ອຈະສ້າງຫໍມູນເຊື້ອການນໍາ ແລະ ນັກຮົບປະຕິວັດ ຢູ່ຖໍ້າບ້ານຕ້າຍ ເມືອງແປກ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ ພ້ອມດ້ວຍຄະນະ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການເຄື່ອນໄຫວໃນຄັ້ງນີ້ ເພື່ອສຳຫຼວດ ກວດກາພື້ນທີ່, ສະພາບແວດລ້ອມຕົວຈິງ, ຈຸດທີ່ຕັ້ງຫໍມູນເຊື້ອ ແລະ ຄວາມເປັນໄປໄດ້ດ້ານຕ່າງໆ ເພື່ອເປັນພື້ນຖານໃນການຄົ້ນຄວ້າ, ວາງແຜນພັດທະນາສ້າງຫໍມູນເຊື້ອການນໍາ ແລະ ນັກຮົບປະຕິວັດ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ພ້ອມກັນປຶກສາຫາລື ກ່ຽວກັບວິທີການຈັດຕັ້ງປະຕິບັດ ພັດທະນາຂອບເຂດ ແລະ ກໍ່ສ້າງຫໍມູນເຊື້ອ ຂອງການນໍາ ແລະ ນັກຮົບປະຕິວັດ ຢູ່ຖ້ຳບ້ານຕ້າຍ ເມືອງແປກ ແຂວງຊຽງຂວາງ ເພື່ອເປັນການອະນຸລັກ ປົກປັກຮັກສາ ສະຖານທີ່ຮ່ອງຮອຍປະຫວັດສາດທີ່ສໍາຄັນ ຂອງການປະຕິວັດໃນເມື້ອກ່ອນ ໄວ້ໃຫ້ພະນັກງານ, ລູກຫຼານ ຂອງປະຊາຊົນລາວບັນດາເຜົ່າ ໄດ້ເປັນບ່ອນຄົ້ນຄວ້າຮໍ່າຮຽນມູນເຊື້ອອັນອົງອາດກ້າຫານ ຂອງນັກປະຕິວັດ ແລະ ສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ບັນດານາຍ ແລະ ພົນທະຫານ ຜູ້ທີ່ໄດ້ເສຍສະຫຼະຊີວິດເຂົ້າໃນພາລະກິດປະຕິວັດ ໃນໄລຍະຜ່ານມາ.
ໂດຍ: ຫຸມພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















