ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງພົນທີ 4 ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ
ເວລາອອກຂ່າວ: 2026-09-07 11:12:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 418 | ຄວາມນິຍົມ:



ວັນທີ 4 ກັນຍາ 2026 ນີ້, ກອງພົນທີ 4 ໄດ້ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ, ອົງການ 5 ຫ້ອງ, ກອງພັນໃຫຍ່, ກອງພັນ, ກອງຮ້ອຍເອກະລາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ກອງພົນທີ 4 ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 39 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 58 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 10 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 62 ສະຫາຍ ແລະ ເລື່ອນທຽບຊັ້ນ ວາທີ ຂຶ້ນ ຮ້ອຍຕີ 5 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ປະທານ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ