ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງປະຊຸມ ຖອດຖອນບົດຮຽນວຽກງານຄົ້ນຄວ້າ-ສັງລວມ ແລະ ຂາເຂົ້າ-ຂາອອກ ທົ່ວ ກມທ
ເວລາອອກຂ່າວ: 2026-09-07 11:03:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 412 | ຄວາມນິຍົມ:



ກອງປະຊຸມຖອດຖອນບົດຮຽນ ວຽກງານຄົ້ນຄວ້າ-ສັງລວມ ແລະ ຂາເຂົ້າ-ຂາອອກ ທົ່ວກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການ ກມທ, ມີບັນດາສະຫາຍຕາງໜ້າຫົວໜ່ວຍກົມກອງ ທົ່ວ ກມທ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນຕີ ວັດທະນາ ສິມພິລາວົງ ຮອງຫົວໜ້າພະແນກຄົ້ນຄວ້າ-ສັງລວມ ຫ້ອງການ ກມທ ໄດ້ຜ່ານບົດສະຫຼຸບ ແລະ ທິດທາງແຜນການ ວຽກງານຄົ້ນຄວ້າ-ສັງລວມ ແລະ ຂາເຂົ້າ-ຂາອອກ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອນຖອດໄດ້ ໃນໄລະຍະຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊຸກຍູ້-ປຸກລະດົມ ພະນັກງານ-ນັກຮົບ ເຮັດໜ້າທີ່ຄົ້ນຄວ້າ-ສັງລວມ ແລະ ຂາເຂົ້າ-ຂາອອກ ທົ່ວອົງການ ກມທ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນປະຕິບັດໜ້າທີ່ ວຽກງານວິຊາສະເພາະ ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນເຈົ້າການປະຕິບັດພາລະບົດບາດເປັນເສນາທິການຊ່ວຍ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໃນການຄົ້ນຄວ້າສະຫຼຸບ-ວາງທິດທາງແຜນການ, ການຄົ້ນຄວ້າ-ຂີດຂຽນເອກະສານ, ຈໍລະຈອນ-ຈັດສົ່ງເອກະສານເຂົ້າ-ອອກ, ຮັກສາຄວາມລັບ, ການຄົ້ນຄວ້ານໍາສະເໜີຂັ້ນເທິງພິຈາລະນາແກ້ໄຂເອກະສານ ໃຫ້ມີປະສິດທິພາບສູງ ແລະ ທັນເວລາ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ໃນຕໍ່ໜ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ຂຶ້ນຕື່ມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ