ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກອງບັນຊາການທະຫານຊາຍແດນ ກັບ ຄະນະກຳມາການປົກຄອງເມືອງສີໂຄດຕະບອງ
ເວລາອອກຂ່າວ: 2026-09-07 10:58:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:



ວັນທີ 3 ກັນຍາ 2026 ນີ້, ຢູ່ສຳນັກງານປົກຄອງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນ ການເກັບກຳສະພາບຮອບດ້ານ ລະຫວ່າງ ກອງບັນຊາການທະຫານຊາຍແດນ ແລະ ຄະນະກຳມະການປົກຄອງເມືອງສີໂຄດຕະບອງ, ຝ່າຍກອງບັນຊາການທະຫານຊາຍແດນ ນຳໂດຍ ສະຫາຍ ພັນໂທ ສົມເພັດ ຈັນທະພິມ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານຊາຍແດນ ພ້ອມດ້ວຍຄະນະ, ຝ່າຍເມືອງສີໂຄດຕະບອງ ນໍາໂດຍທ່ານ ບຸນມີ ໄຊຍະວົງ ຮອງເລຂາພັກເມືອງ, ປະທານຄະນະກຳມະການ ອົງການປົກຄອງເມືອງສີໂຄດຕະບອງ ພ້ອມຄະນະ. ກອງປະຊຸມໃນຄັ້ງນີ້, ເພື່ອພົບປະ, ສ້າງຄວາມເຂົ້າໃຈ ແລະ ແລກປ່ຽນບົດຮຽນໃນວຽກງານ ເກັບກຳສະພາບຮອບດ້ານ ກ່ຽວກັບສະພາບການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຄວາມສະຫງົບ ກໍຄືບັນຫາຕ່າງໆ ທີ່ອາດສົ່ງຜົນກະທົບ ຕໍ່ການດຳລົງຊີວິດ. ຈາກນັ້ນ, ບັນດາຄະນະ ທັງສອງຝ່າຍ ໄດ້ພ້ອມກັນລາຍງານ ແລະ ແລກປ່ຽນຂໍ້ມູນສະພາບການທີ່ກ່ຽວຂ້ອງ, ແລກປ່ຽນວິທີການ, ຮູບການ ແລະ ບົດຮຽນຈາກການປະຕິບັດງານຕົວຈິງ. ພ້ອມທັງ ເນັ້ນໃສ່ການປັບປຸງວິທີການເກັບກຳຂໍ້ມູນ ໃຫ້ມີຄວາມຮອບດ້ານ, ຖືກຕ້ອງ, ທັນການ ແລະ ສາມາດນຳເອົາຂໍ້ມູນໄປວິເຄາະ ເພື່ອປະກອບການວາງແຜນ ແລະ ກຳນົດມາດຕະການໃນການແກ້ໄຂບັນຫາໄດ້ຢ່າງເໝາະສົມ. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ແລກປ່ຽນບົດຮຽນ ກ່ຽວກັບການປະສານງານ, ການແຈ້ງສະພາບການ, ການຕິດຕາມສະພາບໃນພື້ນທີ່ ຕະຫຼອດຮອດການປະສານກັບພາກສ່ວນຕ່າງໆ ເມື່ອພົບເຫັນບັນຫາ ຫຼື ເຫດການທີ່ບໍ່ສະຫງົບ ຕ້ອງຮ່ວມກັນແກ້ໄຂ ພ້ອມທັງ ຍົກສູງປະສິດທິຜົນວຽກງານເກັບກຳສະພາບ ໃຫ້ສອດຄ່ອງທັນກັບເຫດການຕົວຈິງ. ໂດຍ: ທູມມີ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ