ຫ້ອງເສນາທິການ ກອງບັນຊາການທະຫານແຂວງອັດຕະປື ປະເມີນຜົນການກໍ່ສ້າງກົມກອງ 3 ປອດ ປະຈໍາປີ 2026
ເວລາອອກຂ່າວ: 2026-09-07 10:45:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ: ![]()
ທ້າຍເດືອນ ສິງຫາ 2026 ຜ່ານມານີ້, ຫ້ອງເສນາທິການ ກອງບັນຊາການທະຫານແຂວງອັດຕະປື ໄດ້ສະຫຼຸບ, ປະເມີນຜົນການກໍ່ສ້າງກົມກອງ ປອດໃສ, ປອດໄພ, ປອດຄະດີ ແລະ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026 ແລະ ວາງທິດທາງແຜນການ ປະຈໍາປີ 2027, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ພູວັນ ໝື່ນປາກດີ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງອັດຕະປື, ມີຄະນະຫ້ອງ, ອະນຸກໍາມະການປະເມີນຜົນ, ຕະຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ.
ສະຫາຍ ພັນໂທ ພູຂົງ ຫຼວງທຸມມາລາ ຄະນະພັກຮາກຖານ, ຮອງຫົວໜ້າຫ້ອງເສນາທິການ ໄດ້ຜ່ານບົດສະຫຼຸບປະເມີນຜົນການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ປະຈໍາປີ 2026 ແລະ ແຜນການ ປະຈໍາປີ 2027, ເຊິ່ງຍົກໃຫ້ເຫັນຜົນສໍາເລັດ ແລະ ບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃນການກໍ່ສ້າງກົມກອງ 3 ປອດ ຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕະຫຼອດໄລຍະ 1 ປີຜ່ານມາ ສາມາດຕີລາປະເມີນຜົນ ຕາມ 3 ເນື້ອໃນ 5 ມາດຖານ ຂອງການກໍ່ສ້າງກອງ 3 ປອດ ໄດ້ຄື: ດ້ານວຽກງານແນວຄິດການເມືອງ ປະຕິບັດໄດ້ 9 ຄະແນນ, ດ້ານວຽກງານການນຳພາການຈັດຕັ້ງ ປະຕິບັດໄດ້ 9 ຄະແນນ, ດ້ານວຽກງານປ້ອງກັນການເມືອງພາຍໃນ ປະຕິບັດໄດ້ 9 ຄະແນນ, ດ້ານວຽກງານປ້ອງກັນຄວາມລັບ ປະຕິບັດໄດ້ 9 ຄະແນນ, ດ້ານວຽກງານປ້ອງກັນຄວາມປອດໄພ ປະຕິບັດໄດ້ 9 ຄະແນນ, ມີຄະແນນລວມ 45 ຄະແນນ ສະເລ່ຍໄດ້ 9 ຄະແນນ, ສາມາດຮັບຮອງເອົາ ພະນັກງານ-ນັກຮົບ ແລະ ກົມກອງ ເປັນກອງປອດໃສ, ປອດໄພ, ປອດຄະດີ ປະເພດ I ແລະ ຜ່ານການປະເມີນຕົວຈິງ ສາມາດຕີລາຄາຄຸນນະພາບ ແລະ ແບ່ງປະເພດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທັງ 3 ໜ່ວຍພັກ ຄື: ໜ່ວຍພັກທີ l ມີຄະແນນລວມ 41 ຄະແນນ, ສະເລ່ຍໄດ້ 8,2, ຄະແນນ, ໜ່ວຍພັກທີ ll ມີຄະແນນລວມ 41 ຄະແນນ, ສະເລ່ຍໄດ້ 8,2 ຄະແນນ, ໜ່ວຍພັກທີ lll ມີຄະແນນລວມ 41 ຄະແນນ, ສະເລ່ຍໄດ້ 8,2 ຄະແນນ ແລະ ທັງ 3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງເສນາທິການ ແມ່ນຈັດຢູ່ໃນປະເພດແຂງ.
ຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນ ເພື່ອໃຫ້ເນື້ອໃນ ແລະ ການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມສອດຄ່ອງ, ແທດເໝາະກັບການປະຕິບັດໜ້າວຽກຕົວຈິງ ແລະ ເຮັດໃຫ້ແຜນການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ແລະ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2027 ບັນລຸຕາມແຜນການທີ່ວາງໄວ້.
ໂດຍ: ສຸກສະໄໝ ນວນມະລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















