ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ນຳພາ​ອ້າຍ​ນ້ອງ​ທະຫານ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ
ເວລາອອກຂ່າວ: 2026-09-07 09:54:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:



ເນື່ອງ​ຈາກ​ຝົນຕົກ​ຕິດຕໍ່​ກັນ​ຫຼາຍ​ຊົ່ວໂມງ ເຮັດ​ໃຫ້​ນ້ຳ​ກໍ, ນ້ຳ​ມາວ ໄດ້​ເພີ່ມ​ຂຶ້ນ​ສູງ​ກາຍ​ຂິດ​ອັນຕະລາຍ ແລະ ໄດ້​ໄຫຼ​ຖ້ວມ​ເຂົ້າ​ບ້ານ​ເຮືອນ​ຂອງ​ປະຊາຊົນ​ທີ່ຢູ່​ເຂດ​ຕ່ຳ, ໄຮ່ນາ, ຮົ້ວ​ສວນ, ເສັ້ນທາງ, ເສົ້າ​ໄຟຟ້າ​ລົ້ມ ເຊິ່ງ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈຳນວນ​ຫຼາຍ, ມາ​ຮອດ​ປັດຈຸບັນ​ສະພາບ​ຝົນ​ຍັງ​ບໍ່​ມີ​ທີ​ທ່າ​ຈະ​ຢຸດ​ຕົກ ສົ່ງ​ຜົນ​ເຮັດ​ໃຫ້​ນ້ຳ​ຖ້ວມ​ເປັນ​ວົງ​ກວ້າງ. ປັດຈຸບັນ, ການ​ນຳ​ແຂວງ​ອຸດົມ​ໄຊ, ຄະນະ​ນຳ​ກອງ​ ບັນຊາ​ການ​ທະຫານ​ແຂວງ, ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ຄະນະ​ນຳ​ເມືອງ, ຕາແສງ ແລະ ບ້ານ ໄດ້​ພ້ອມ​ກັນ​ຊ່ວຍເຫຼືອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ເທດສະບານເມືອງ​ໄຊ, ເມືອງ​ຫຼາ ແລະ ເມືອງ​ນາ​ໝໍ້. ສະຫາຍ ພົນ​ຈັດຕະວາ ຕຸ້ຍ ພົມ​ມີ​ໄຊ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ໃຫ້​ສຳພາດ​ໃນ​ວັນ​ທີ 30 ສິງຫາ 2026 ນີ້​ວ່າ: ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ກຳມະການ​ປ້ອງ​ກັນ​ໄພພິບັດ​ຂັ້ນ​ແຂວງ ໃຫ້​ຂ້າພະເຈົ້າ​ພ້ອມ​ດ້ວຍ​ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ນຳພາ​ກຳລັງ​ອ້າຍ​ນ້ອງ​ທະຫານ ລົງ​ຊ່ວຍ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ ນັບ​ແຕ່​ເວລາ 5:00 ໂມງ​ເຊົ້າ​ຂອງ​ວັນ​ທີ 30 ສິງຫາ​ຜ່ານ​ມາ, ຢູ່​ຈຸດ​ຂອບ​ເຂດ​ບ້ານ​ບໍ ເມືອງ​ໄຊ ແຂວງ​ອຸດົມ​ໄຊ ເຊິ່ງ​ເປັນ​ຈຸດ​ທີ່​ໄດ້​ສົ່ງ​ຜົນ​ເສຍ​ຈາກ​ນ້ຳ​ຖ້ວມ​ດັ່ງກ່າວ ເປັນຕົ້ນ​ແມ່ນ​ໄຮ່, ນາ, ຮົ່ວ​ສວນ, ໜອງ​ປາ, ພາຫະນະ, ຊັບ​ສິນ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ສົມຄວນ. ມາ​ຮອດ​ປັດຈຸບັນ, ກຳລັງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ​ພວກ​ເຮົາ​ໄດ້​ສຸມ​ໃສ່​ເລັ່ງ​ ຊ່ວຍເຫຼືອ​ພໍ່​ແມ່​ປະຊາຊົນ​ຢູ່​ຂອບ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ດ້ວຍ​ຄວາມ​ເຄັງ​ຮ້ອນ ແລະ ສຳລັບ​ປະຊາຊົນ ທີ່​ອາໄສ​ຢູ່​ເຂດ​ຕອນ​ໃຕ້​ຂອງ​ນ້ຳກໍ ໃຫ້​ມີ​ ສະຕິ​ກະກຽມ​ມ້ຽນ​ມັດ, ຍົກຍ້າຍ​ວັດຖຸ, ສິ່ງ​ຂອງ​ທີ່​ຈຳເປັນ, ສັດລ້ຽງ ໄປ​ໄວ້​ບ່ອນ​ທີ່​ສູງ-ປອດ​ໄພ, ພ້ອມ​ທັງ​ໃຫ້​ຕິດຕາມ​ການ​ລາຍ​ງານ​ສະພາບ​ດີນ​ຟ້າ​ອາກາດ ແລະ ລະດັບ​ນ້ຳ​ຈາກ​ພະ​ແນກ​ກະສິກຳ ແລະ ສິ່ງແວດລ້ອມ​ແຂວງ​ເປັນ​ແຕ່​ລະ​ໄລຍະ. ສະຫາຍ ພົນ​ຈັດຕະວາ ຕຸ້ຍ ພົມ​ມີ​ໄຊ ຍັງ​ກ່າວ​ຕື່ມ​ອີ​ກວ່າ: ສຳລັບ​ກຳລັງ​ອ້າຍ​ນ້ອງ​ທະຫານ​ທີ່​ພວກ​ເຮົາ​ໄດ້​ມາ​ຊ່ວຍເຫຼືອ​ພໍ່​ແມ່​ປະຊາຊົນ​ໃນ​ຄັ້ງ​ນີ້​ມີ​ຈຳນວນ 226 ສະຫາຍ ພ້ອມ​ດ້ວຍ​ພາຫະນະ​ລົດ​ໃຫຍ່​ຂົນສົ່ງ ຈຳນວນ 6 ຄັນ ເຄື່ອນ​ໄຫວ​ຊ່ວຍເຫຼືອ​ພໍ່​ແມ່​ປະຊາຊົນ ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພພິບັດ​ນ້ຳ​ຖ້ວມ​ຢູ່​ແຕ່​ລະ​ຈຸດ​ຂອບ​ເຂດ​ເທດສະບານ ເມືອງ​ໄຊ, ເມືອງ​ຫຼາ ແລະ ເມືອງ​ນາ​ໝໍ້ ເບື້ອງ​ຕົ້ນ​ຊ່ວຍ​ປະຊາຊົນ​ໃນ​ການ​ປັດກວາດ​ເສດ​ຂີ້​ເຫຍື້ອ, ອານາ​ໄມ​ເຮືອນ​ຊານ, ສຳນັກງານ​ອົງ ການ, ມ້ຽນ​ມັດ​ເຄື່ອງ​ຂອງ​ມີຄ່າ, ສັດລ້ຽງ ແລະ ສ້ອມແປງ​ສານຸ​ປະ​ໂພກ​ຕ່າງໆ​ບ່ອນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ ແລະ ທັງ​ປຸກລະດົມ​ທາງ​ດ້ານ​ແນວ​ຄິດ​ຈິດໃຈ​ຂອງ​ພໍ່​ແມ່​ປະຊາຊົນ​ຜູ້​ທີ່​ຖືກ​ຜົນ​ກະທົບ​ຈາກ​ເຫດການ​ດັ່ງກ່າວ ເຊິ່ງ​ຍາມ​ໃດ​ການຈັດຕັ້ງ​ພັກ-ລັດ, ການ​ນຳ​ແຂວງ​ກໍ່​ໃຫ້​ຄວາມ​ເປັນ​ຫວງ​ເປັນ​ໄຍ​ເວົ້າ​ສະເພາະ​ແມ່ນ​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ທະຫານ​ແຂວງ​ອຸດົມ​ໄຊ​ພວກ​ເຮົາ​ໄດ້​ໃຫ້ການ​ຊ່ວຍເຫຼືອ​ທາງ​ດ້ານ​ແຮງ​ງານ, ຊຸກຍູ້​ກຳລັງ​ໃຈ​ຕໍ່​ຜູ້​ປະສົບ​ໄພ ແລະ ອີກ​ຢ່າງ​ໜຶ່ງ​ທັງ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ຮັກແພງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ເມື່ອ​ເກີດ​ໄພພິບັດ​ທາງ​ທຳ​ມະ​ຊາດ​ກຳລັງ​ທະຫານ​ທ້ອງຖິ່ນ​ພວກ​ເຮົາ​ກໍ່​ຈະ​ບໍ່​ປະປ່ອຍ​ໃຫ້​ປະຊາຊົນ​ປະສົບ​ໄພ​ຢູ່​ຜູ້​ດຽວ ດັ່ງ​ຄຳ​ເວົ້າ​ທີ່​ວ່າ: ກອງທັບ ກັບ​ປະຊາຊົນ ຄື “ ປາ​ກັບ​ນ້ຳ” ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ ຂໍ້​ມູນ: ທະຫານ​ແຂວງ​ອຸດົມ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ