ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ນ້ຳໃຈ​ຈາກ​ຊາວ​ໜຸ່ມ​ ທະຫານ​ເມືອງ​ວຽງ​ຄຳ ສູ່​ບ້ານກິ່ວ​ໄລ​ໃຕ້
ເວລາອອກຂ່າວ: 2026-09-07 09:51:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:



ຍ້ອນ​ເຫັນ​ໄດ້​ຄວາມ​ຈຳເປັນ ແລະ ຄວາມ​ຫຍຸ້ງຍາກ​ຂາດເຂີນ ຂອງ​ປະຊາຊົນ​ບ້ານ ກິ່ວ​ໄລ​ໃຕ້ ເມືອງ​ວຽງ​ຄຳ ແຂວງ​ຫຼວງ​ພະ​ບາງ, ໃນ​ວັນ​ທີ 28 ສິງຫາ 2026 ນີ້, ຊາວ​ໜຸ່ມ​ກອງ​ບັນຊາ​ການ​ທະຫານ​ເມືອງ​ວຽງ​ຄຳ ນຳພາ​ໂດຍ ສະຫາຍ ພັນ​ຕີ ພອນ​ໄຊ ໄຊ​ຄຳ​ເພັງ ເລຂາ​ໜ່ວຍ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ເມືອງ​ວຽງ​ຄຳ ພ້ອມ​ດ້ວຍ​ຄະນະ ຈຶ່ງ​ໄດ້​ນຳ​ເອົາ​ວັດຖຸ​ປັດ​ໄຈ ເປັນ​ເຄື່ອງ​ອຸປະໂພກ-ບໍລິໂພກ, ເຂົ້າສານ, ອາຫານ​ແຫ້ງ ແລະ ເຄື່ອງນຸ່ງ​ຫົ່ມ ລວມ​ມູນ​ຄ່າ​ທັງ​ໝົດ 2 ລ້ານ​ກວ່າ​ກີບ ໄປ​ມອບ​ໃຫ້​ຜູ້ ພິການ ແລະ ຄອບຄົວ​ທຸກ​ຍາກ ຢູ່​ບ້ານ​ກິ່ວ​ໄລ​ໃຕ້ ເມືອງ​ວຽງ​ຄຳ, ໂດຍ​ມີ​ສະຫາຍ ພັນ​ຕີ ແສງ​ແກ້ວ ແສນ​ເຮືອງ​ເຫຼັກ ຫົວໜ້າ​ພະແນກການ​ເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ວຽງ​ຄຳ ເຂົ້າ​ຮ່ວມ. ຕາງໜ້າ​ກ່າວ​ຮັບ​ເຄື່ອງ​ໂດຍ ສະຫາຍ ຄຳ​ໝັ້ນ ເຄນ​ວິໄລ ຮອງ​ນາຍບ້ານ ບ້ານ​ກິ່ວ​ໄລ​ໃຕ້ ພ້ອມ​ທັງ ໄດ້​ຕາງໜ້າ​ໃຫ້​ປະຊາຊົນ ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ຊາວ​ໜຸ່ມ​ກອງ​ບັນຊາ​ການ​ທະຫານ​ເມືອງ​ວຽງ​ຄຳ ທີ່​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ຈຶ່ງ​ໄດ້​ບິ​ແບ່ງ​ນ້ຳໃຈ ມາ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ເຊິ່ງ​ສະແດງ​ໃຫ້​ເຫັນ​ເຖິງ​ມູນເຊື້ອ​ອັນ​ດີງາມ ລະຫວ່າງ ກອງທັບ​ກັບ​ຊາ​ຊົນ ດັ່ງ​ຄຳ​ຂວັນ​ທີ່​ວ່າ “ກອງທັບ​ກັບ​ປະຊາຊົນ ຄື​ປາ​ກັບ​ນ້ຳ” ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ ໄປ​ແຈກ​ຢາຍ​ໃຫ້​ປະຊາຊົນ ຢ່າງ​ທົ່ວ​ເຖິງ. ໂດຍ: ຊາຍ​ພອນ ແກ້ວ​ອຸບົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ