ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

3 ອົງ​ການຈັດຕັ້ງ​ມະຫາຊົນ ມອບ​ເຄື່ອງ​ອຸປະໂພກ-ບໍລິໂພກ ໃຫ້​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ
ເວລາອອກຂ່າວ: 2026-09-07 09:49:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ:



ວັນ​ທີ 4 ກັນຍາ 2026 ນີ້, 3 ອົງ​ການຈັດຕັ້ງ​ມະຫາຊົນ ໄດ້​ຮ່ວມ​ກັນ​ມອບ​ເຄື່ອງ​ອຸປະໂພກ-ບໍ ລິໂພກ ໃຫ້​ແກ່​ຫ້ອງ​ການເມືອງ ກົມໃຫຍ່​ການເມືອງ​ກອງທັບ. ໂດຍ​ການ​ກ່າວ​ມອບ​ຂອງ ສະຫາຍ ພັນ​ເອກ ນາງ ຫຼ້າ ຄຸນ​ນະ​ວົງສາ ຮອງ​ຫົວໜ້າ​ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ ພ້ອມ​ດ້ວຍ​ຄະນະ ແລະ ກ່າວ​ຮັບ​ໂດຍ ສະຫາຍ ພັນ​ເອກ ກົງ​ວັນ ສຸ​ລິ​ບັນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ ພ້ອມ​ດ້ວຍ​ຄະນະ. ການ​ມອບ​ເຄື່ອງ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້, ແມ່ນ​ເພື່ອ​ເປັນ​ການ​ປະກອບສ່ວນ​ຊຸກຍູ້ ແລະ ໃຫ້​ກຳລັງ​ໃຈ ແນໃສ່​ນຳໄປ​ຊ່ວຍເຫຼືອ​ປະຊາຊົນ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ນ້ຳ​ຖ້ວມ. ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ປະກອບ​ມີ: ໝີ່​ສຳເລັດ​ຮູບ, ເຂົ້າສານ ແລະ ເຄື່ອງ​ອຸປະໂພກ-ບໍລິໂພກ​ຈຳນວນ​ໜຶ່ງ, ລວມ​ມູນ​ຄ່າ​ທັງ​ໝົດ 23.000.000 ກີບ ໂດຍ: ພອນ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ