ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ມອບ-ຮັບ ໜ້າທີ່ ຫົວໜ້າຫ້ອງການ ແລະ ບໍລິຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ
ເວລາອອກຂ່າວ: 2026-09-03 15:19:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 349 | ຄວາມນິຍົມ:



ພິທີ ມອບ-ຮັບ ໜ້າທີ່ ຫົວໜ້າຫ້ອງການ ແລະ ບໍລິຫານ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ລະຫວ່າງ ສະຫາຍ ພັນໂທ ມີໄຊ ວົງພະຈັນ ຫົວໜ້າຫ້ອງການ ແລະ ບໍລິຫານ (ຜູ້ເກົ່າ) ແລະ ສະຫາຍ ພັນໂທ ໄຊສະຫວາດ ດາລາສຸກ ຫົວໜ້າຫ້ອງການ ແລະ ບໍລິຫານ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ກອງພັນ, ພະແນກການ, ໝວດປ້ອງກັນທີ່ຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ມີໄຊ ວົງພະຈັນ ຫົວໜ້າຫ້ອງການ ແລະ ບໍລິຫານ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບຫຍໍ້ ການນໍາພາ-ຊີ້ນໍາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ເປັນຕົ້ນໄດ້ ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ຢູ່ຫ້ອງການ ແລະ ບໍລິຫານ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ, ມີຄວາມສາມັກຄີເປັນປຶກແຜ່ນ, ຮັກສາໄດ້ຄວາມສະຫງົບປອດໄພ, ເປັນເຈົ້າການໃນການຈັດຕັ້ງປະຕິບັດຄໍາສັ່ງ ຂອງຂັ້ນເທິງ ແລະ ຂໍ້ກໍານົດ, ກົດລະບຽບ ຂອງກອງທັບວາງອອກ ໄດ້ຢ່າງເຂັ້ມງວດ. ຈາກນັ້ນ, ສະຫາຍ ພັນໂທ ໄຊສະຫວາດ ດາລາສຸກ ຫົວໜ້າຫ້ອງການ ແລະ ບໍລິຫານ (ຜູ້ໃໝ່) ໄດ້ກ່າວຮັບໜ້າທີ່ ພ້ອມທັງກ່າວວ່າ: ຈະໃຊ້ທຸກຄວາມຮູ້, ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ດີທີ່ສຸດ ຕາມທິດຊີ້ນໍາຂອງຂັ້ນເທິງ ໃຫ້ມີຜົນສໍາເລັດ. ພ້ອມທັງ, ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ. ໂດຍ: ໂອລິນ ມິ່ງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ