ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ປະກາດການອະນຸມັດ ໃຫ້ນາຍທະຫານ ພັກການຮັບບຳນານ ແລະ ແຕ່ງຕັ້ງພະນັກງານ ຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ
ເວລາອອກຂ່າວ: 2026-09-03 15:06:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ:



ພິທີ ປະກາດການອະນຸມັດ ໃຫ້ນາຍທະຫານ ພັກການຮັບບຳນານ ແລະ ແຕ່ງຕັ້ງພະນັກງານນຳພາ-ບັນຊາ ຂັ້ນຫ້ອງ ແລະ ພະແນກການ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ອົງການ, ຫ້ອງ, ພະແນກການ, ກອງບັນຊາການທະຫານເມືອງ, ນະຄອນ, ກອງພັນ, ກອງຮ້ອຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ພຸດສະດີ ສຸລິນຍະເດດ ຮອງຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງຈຳປາສັກ ພັກການກຽມຮັບບຳນານ ຈຳນວນ 3 ສະຫາຍ ຄື: ສະຫາຍ ພັນໂທ ສົມເພັງ ອ້ວນວິໄລ ຮອງຫົວໜ້າຫ້ອງພະລາທິການ, ສະຫາຍ ພັນໂທ ສົມພົງ ພິມມະຈັນ ຫົວໜ້າພະແນກຜະລິດກະສິກຳ, ສະຫາຍ ພັນໂທ ຄໍາມ່ອນ ອຸ່ນປະເສີດ ຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງພະລາທິການ ກອງບັນຊາການທະຫານແຂວງຈໍາປາສັກ ພັກການກຽມຮັບບຳນານ. ພ້ອມທັງ, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ພະນັກງານເຮັດໜ້າທີ່ ນຳພາ-ບັນຊາ ຂັ້ນຫ້ອງ ແລະ ພະແນກການ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈຳປາສັກ ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ເພັດ ພົງສະຫວັດ ເປັນຮອງຫົວໜ້າຫ້ອງພະລາທິການ, ສະຫາຍ ພັນໂທ ສີໃໝ່ ໃສປະເສີດ ເປັນຫົວໜ້າພະແນກບໍລິຫານ-ສັງລວມ, ສະຫາຍ ພັນໂທ ພອນວິໄລ ພິມມະສານ ເປັນຮອງຫົວໜ້າພະແນກແຜນການພະລາທິການ, ສະຫາຍ ພັນຕີ ຄໍາພັນ ສີຄຸນ ເປັນຮອງຫົວໜ້າພະແນກບໍລິຫານ-ສັງລວມ, ສະຫາຍ ພັນຕີ ອຳຄາ ອິນທິລາດ ເປັນຫົວໜ້າພະແນກຜະລິດກະສິກຳ ແລະ ສະຫາຍ ພັນຕີ ໄຊຍາ ສີດວງຈັນ ເປັນຮອງຫົວໜ້າພະແນກຜະລິດກະສິກຳ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ. ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນຳ ຈາກສະຫາຍປະທານ ຕື່ມອີກ. ໂດຍ: ນາງ ສີລິຄານ ສີດາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ