ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ມອບ-ຮັບ ໜ້າທີ່ ຮອງຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນ ແຂວງຫຼວງນໍ້າທາ
ເວລາອອກຂ່າວ: 2026-09-03 11:46:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ພິທີ ມອບ-ຮັບໜ້າທີ່ ຮອງຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນ ແຂວງຫຼວງນໍ້າທາ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນມີ ໄຊປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີຄະນະພັກ-ຄະນະອໍານວຍການ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສົມປອງ ເຈືອຫຼວງຄຳມີ ຫົວໝ້າພະແນກພະນັກງານ ກອງບັນຊາການທະຫານແຂວງຫຼວງນ້ຳທາ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຫຼວງນໍ້າທາ ວ່າດ້ວຍການແຕ່ງຕັ້ງ ຮັກສາການ ຮອງຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນ ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ທອງໄຊ ອິດຕະວົງ ເປັນຮັກສາການ ຮອງຫົວໜ້າການເມືອງໂຮງຮຽນການທະຫານທ້ອງຖິ່ນ. ຈາກນັ້ນ, ສະຫາຍ ຮ້ອຍເອກ ບຸນເຢືອນ ວົງໄຊພອນ ຊ່ວຍວຽກພະແນກຈັດຕັ້ງພັກ ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກ ກອງບັນຊາການທະຫານແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກຮາກຖານ ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ທອງໄຊ ອິດຕະວົງ ເປັນກຳມະການຄະນະພັກຮາກຖານ ໂຮງຮຽນການທະຫານທ້ອງຖິ່ນ. ພ້ອມກັນນັ້ນ, ສະຫາຍ ພັນໂທ ຄຳແພງ ບຸນປະເສິດ ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນ ໄດ້ຕາງໃຫ້ໜ້າຮອງຫົວໜ້າການເມືອງ (ຜູ້ເກົ່າ) ລາຍງານຫຍໍ້ ການຈັດຕັ້ງປະຕິບັດໜ້າທີວຽກງານໃນໄລຍະຜ່ານມາ ເປັນຕົ້ນແມ່ນ ວຽກງານການເມືອງ-ນໍາພາແນວຄິດ, ວຽກງານພັກ, ພະນັກງານ, ການປັບປຸງກໍ່ສ້າງກຳລັງ, ການກໍ່ສ້າງພື້ນຖານໂຄງລ່າງ, ອາຄານສະຖານທີ່ຄ້າຍຄູ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ. ພ້ອມນັ້ນ ກໍໄດ້ລົງນາມເຊັ່ນບົດບັນທຶກ ມອບ-ຮັບໜ້າ ລະຫວ່າງ ຕ່າງໜ້າຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ. ໂດຍ: ບຸນປັນ ປັນຍາລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ