ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ຊາວໜຸ່ມ-ສະຫະພັນແມ່ຍິງ ກອງພັນໃຫຍ່ 301 ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2026-09-03 11:42:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ວັນທີ 3 ກັນຍາ 2026 ນີ້, ອົງການຈັດຕັ້ງມະຫາຊົນຊາວໜຸ່ມ ແລະ ສະຫະພັນແມ່ຍິງກອງພັນໃຫຍ່ 301 ກອງພົນທີ 3 ໄດ້ສ້າງຂະບວນການອອກແຮງງານລວມ ໂດຍການນໍາພາ ຂອງສະຫາຍ ຮ້ອຍເອກ ຄໍາແກ້ວ ແສງປັນຍາ ຊ່ວຍວຽກຂະແໜງຊາວໜຸ່ມ, ສະຫາຍ ພັນໂທ ນາງ ສົມຈັນ ແສນທອນ ຫົວໜ້າຂະແໜງສະຫະພັນແມ່ຍິງ ພ້ອມດ້ວຍຄະນະ, ມີສະມາຊິກຊາວໜຸ່ມ, ສະຫະພັນແມ່ຍິງ ເຂົ້າຮ່ວມ. ການອອກແຮງງານໃນຄັ້ງນີ້ ໄດ້ຖາງຫຍ້າ, ຕັດຫຍ້າ ແລະ ອະນາໄມ ຢູ່ຂອບເຂດກົມກອງຮັບຜິດຊອບ ເປັນຕົ້ນແມ່ນ ໜານດອກໄມ້, ເສັ້ນທາງ ແລະ ເດີນບານສົງ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວ ມີຄວາມເປີດແປ້ນ ສະອາດຈົບງາມ ເປັນຕາໜ້າຢູ່, ອີກຢ່າງໜຶ່ງ ເພື່ອທຳລາຍແຫຼ່ງເພາະພັນຂອງຍຸງລາຍ. ທັງນີ້, ເພື່ອສ້າງຜົນງານ, ສ້າງຂະບວນການຂໍ່ານັບຮັບຕ້ອນບັນດາວັນບຸນປະຫວັດສາດ ທີ່ສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຂໍ່ານັບຮັບຕ້ອນກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເຕັມໄປດ້ວຍຜົນງານຕົວຈິງ ແລະ ເປັນຂະບວນວນການຟົດຟື້ນຢ່າງຕໍ່ເນືອງ. ໂດຍ: ຄໍານ້ອຍ ແສງບຸນໄມ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ