ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງໄຊສົມບູນ ເຂົ້າອວຍພອນ ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ
ເວລາອອກຂ່າວ: 2026-09-03 11:23:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ ແຂວງໄຊສົມບູນ, ນຳໂດຍ ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ຄະນະປະຈໍາພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ນໍາເອົາຕະຕ່າຂອງຂວັນ ເຂົ້າອວຍພອນ ຄະນະບໍລິສັດຂຸດຄົ້ນແຮ່ທາດ ແລະ ຫຼອມໂລຫະວຽງຈັນ; ກອງກໍ່ສ້າງຮາກຖານ ປະຈໍາ ແຂວງໄຊສົມບູນ; ສະຫາຍ ຫຽວຽນ ວັນດຶກ (ພະນັກງານບໍລິສັດ ຈິດຈະເລີມ); ສະມາຄົມຊາວຫວຽດນາມ; ໂຮງງານຜະລິດແປງ ແລະ ຜຶດເປັນຢາ (ບ້ານອອມ) ແລະ ສະຫາຍ ເດົ໋າ ວັນວີ (ພະນັກງານ ບໍລິສັດ ເອທີໂອໂຕ) ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮົບ 81 ປີ. ໂອກາດນີ້, ສະຫາຍ ພົນຈັດຕະວາ ໝອນຄໍາ ດວງສະຫວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫຼວງ ທີ່ພັກ-ລັດ ແລະ ປະຊາຊົນຊາວຫວຽດນາມ ສາມາດຍາດໄດ້ ໃນໄລຍະ 81 ປີທີ່ຜ່ານມາ, ໂດຍຜ່ານຜ່າອຸປະສັກນາໆ ປະການ ຈົນເຮັດໃຫ້ປະເທດຊາດ ໄດ້ຮັບໄຊຊະນະ ແລະ ສະຖາປະນາເປັນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນປັດຈຸບັນ. ພ້ອມທັງ, ສະແດງຄວາມຮູ້ບຸນຄູນ ຕໍ່ພັກ-ລັດ ແລະ ປະຊາຊົນຊາວຫວຽດນາມ ທີ່ຍາມໃດ ກໍໄດ້ເປັນຫ່ວງ, ເປັນໃຍ ໃຫ້ການຮ່ວມມື, ຊ່ວຍເຫຼືອ ພັກ-ລັດ ແລະ ປະຊາຊົນລາວ ນັບຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດ ຈົນເຖິງປັດຈຸບັນ, ເຊິ່ງຄວາມສາມັກຄີອັນພິເສດ, ການຮ່ວມມືຮອບດ້ານ ຂອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໄດ້ຮັບການເສີມຂະຫຍາຍນັບມື້ນັບເຕີບໃຫຍ່ເຂັ້ມແຂງຍິ່ງໆ ຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄື ການພົວພັນຮ່ວມມື ລະຫວ່າງ ບັນດາບໍລິສັດ ແລະ ກອງບັນຊາການທະຫານແຂວງໄຊສົມບູນ. ໂດຍ: ນ ກ້າຈີທໍ່ ເພຍຫຼວງຈົ່ງເສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ