ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກອງບັນຊາການທະຫານແຂວງໄຊຍະບູລີ ປະກາດການເລື່ອນຊັ້ນ ແລະ ການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ
ເວລາອອກຂ່າວ: 2026-09-03 10:08:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 319 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປະກາດການເລື່ອນຊັ້ນ ແລະ ແລະ ການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບຸນພົບ ວິໄລສັກ ຮອງເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນໂທ ວົງຍາແສງ ລໍນາມທອງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ ໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 41 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 75 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 31 ສະຫາຍ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ ຈຳນວນ 13 ສະຫາຍ ພ້ອມທັງ ມອບເງິນນະໂຍບາຍໃຫ້ທັງໝົດ 314.000.000 ກີບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນພົບ ວິໄລສັກ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ຕື່ມອີກ. ໂດຍ: ໄຊຍະສັກ ມະນີວັນ ພາບໂດຍ: ນ. ບົວລີວັນ ໂສພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ