ເພີ່ມທະວີການຮ່ວມມືຫຼາຍດ້ານ ລະຫວ່າງ ຫວຽດນາມ-ກຽກກິດສະຖານ ແລະ ບັນດາອົງການຫຼາຍຝ່າຍ
ເວລາອອກຂ່າວ: 2026-09-03 09:33:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ: ![]()
ຫວຽດນາມ ຍາມໃດກໍຖືການພົວພັນກັບອົງການຮ່ວມມື ຊຽງໄຮ (SCO) ແລະ ບັນດາປະເທດສະມາຊິກ ເປັນສຳຄັນ, ພ້ອມແລ້ວທີ່ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ SCO. ນີ້ແມ່ນຄຳ ຢືນຢັນຂອງ ທ່ານ ນາງ ວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ກ່າວໃນເວລາພົບປະກັບທ່ານ Nurlan Yermekbayev ເລຂາທິການໃຫຍ່ SCO, ໃນວັນທີ 31 ສິງຫາ, ຢູ່ນະຄອນ ບິດສະເກັກ, ກຽກກິດສະຖານ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເປີດກວ້າງ SCO. ທ່ານນາງ ຮອງປະທານປະເທດ ເນັ້ນຕື່ມວ່າ, ຫວຽດນາມ ພ້ອມແລ້ວທີ່ຈະເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ SCO ແລະ ບັນດາກົນໄກຮ່ວມມືພາກພື້ນອື່ນໆ. ພ້ອມທັງສະເໜີໃຫ້ SCO ເພີ່ມທະວີຊຸກຍູ້ການຮ່ວມມືໃນຂົງເຂດ ຄື: ເສດຖະກິດ, ການຄ້າ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ.
ໃນວັນດຽວກັນ, ຍັງໄດ້ຕ້ອນ ຮັບທ່ານ Bakytzhan Sagintayev ປະທານຄະນະກຳມະ ການເສດຖະກິດ ອາຊີ-ເອີຣົບ (EAEU), ທ່ານຮອງປະທານ ປະເທດ ກ່າວວ່າ, ຕ້ອງຂຸດຄົ້ນສັນ ຍາການຄ້າເສລີ ຫວຽດນາມ-EAEU ໃຫ້ດີກວ່າອີກ ແລະຊຸກຍູ້ ດ້ານການຄ້າ-ການລົງທຶນ ສືບຕໍ່ຄົ້ນຄວ້າຍົກລະດັບ, ປັບປຸງສັນຍາໃຫ້ສອດຄ່ອງກັບສະພາບການໃໝ່.
ໃນວັນທີ31ສິງຫາ,ທ່ານ ຮອງປະທານປະເທດ ວໍທິແອັງ ຊວັນ ໄດ້ພົບປະກັບທ່ານ Sadyr Japarov ປະທານາທິບໍດີກຽກ ກິດສະຖານ.ໃນເວລາປຶກສາ
ຫາລືກ່ຽວກັບການຮ່ວມມື 2 ຝ່າຍ, ການນຳ 2 ທ່ານເຫັນດີເປີດ ກວ້າງການຮ່ວມມືໃນຂົງເຂດ ທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ຄື: ວິທະຍາສາດ-ເຕັກໂນໂລຊີ, ຄົມມະນາຄົມຂົນສົ່ງ, ວັດທະນະທຳ, ທ່ອງທ່ຽວ, ກິລາ ແລະ ການພົບປະແລກປ່ຽນປະຊາຊົນ.
ໃນວັນດຽວກັນ, ທ່ານ ນາງຮອງປະທານປະເທດ ວໍທິແອັງຊວັນ ໄດ້ເຂົ້າຮ່ວມພິທີເປີດສະ ຫຼອງອະນຸສາວະລີ ປະທານໂຮ່ຈີມິນ ຢູ່ສະໜາມຫຼວງໂຮ່ຈີມິນ, ເຂດປະສົມ Royal Central Park ນະຄອນຫຼວງບິດສະເກັກ ຂອງກຽກກິດສະຖານ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














