ຮຽນຮູ້ ປັບປຸງ ແລະ ຖອດຖອນເອົາຜົນສຳເລັດແຫ່ງການບຸກທະລຸ ຂອງຊົນຊາດຫວຽດນາມ ເພື່ອພັດທະນາຕົນເອງໃຫ້ຍືນຍົງ
ເວລາອອກຂ່າວ: 2026-09-03 09:32:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ: ![]()
(ຕາມແຫຼ່ງຂ່າວ ຂປລ). ໄລຍະ 81 ປີທີ່ຜ່ານມາ, ແມ່ນເສັ້ນທາງທີ່ເຕັມໄປດ້ວຍສິ່ງທ້າທາຍ ແຕ່ກໍປ່ຽມລົ້ນໄປດ້ວຍຄວາມພາກພູມໃຈຢ່າງຍິ່ງ. ນັບ
ຕັ້ງແຕ່ ການຕໍ່ສູ້ກູ້ຊາດເພື່ອເອກະ ລາດ, ການທ້ອນໂຮມປະເທດຊາດ ເປັນເອກະພາບ ຈົນເຖິງພາ ລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນຍາມສັນຕິພາບ, ຫວຽດນາມ ໄດ້ຄ່ອຍໆ ສ້າງປະຖົມປັດໄຈ, ຄວາມ
ສາມາດ, ຖານະ ແລະ ຄວາມໄວ້ ວາງໃຈຂອງປະເທດໃນເວທີສາ ກົນໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ.
ຜົນສຳເລັດດັ່ງກ່າວ ລ້ວນແຕ່ມີຮາກຖານມາຈາກເຈດຈຳນົງແຫ່ງຄວາມ ເປັນເອກະລາດ ແລະ ການເພິ່ງຕົນເອງ, ກຳລັງແຮງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ທົ່ວປວງຊົນ, ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ຕະຫຼອດຮອດຄວາມພະຍາຍາມ ແລະ ຄວາມຄິດສ້າງສັນຂອງປະຊາຊົນ. ພ້ອມດຽວກັນນັ້ນ, ຫວຽດນາມ ຍັງໄດ້ຮັບຄວາມເຫັນອົກເຫັນໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຈາກເພື່ອນມິດສາກົນທົ່ວໂລກມາໂດຍຕະ ຫຼອດ, ໂດຍສະເພາະແມ່ນຄວາມສາມັກຄີ, ການແບ່ງປັນ ແລະ ການຊ່ວຍເຫຼືອຢ່າງຈິງໃຈ ແລະ ປ່ຽມລົ້ນດ້ວຍໄມຕີຈິດຈາກພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ເຊິ່ງມີຄວາມໝາຍພິເສດຢ່າງຍິ່ງ.
40 ປີແຫ່ງການປ່ຽນແປງໃໝ່-ການຫັນປ່ຽນຢ່າງເລິກເຊິ່ງ. ພາຍຫຼັງບັນລຸພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດ ເປັນເອກະພາບໃນປີ 1975, ຫວຽດນາມ ໄດ້ກ້າວເຂົ້າສູ່ຂະບວນການສ້າງສາປະເທດຊາດທ່າມກາງເງື່ອນໄຂທີ່ຍັງເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ ໃນປີ 1986 ໄດ້ລິເລີ່ມພາລະກິດປ່ຽນ ແປງໃໝ່ ເຊິ່ງຖືເປັນຈຸດປ່ຽນ ປະຫວັດສາດທັງດ້ານແນວຄິດ ແລະ ພຶດຕິກຳຕົວຈິງ ໃນການພັດທະນາປະເທດຊາດ.
40 ປີແຫ່ງການພັດທະນາ. ໄດ້ພິສູດໃຫ້ເຫັນເຖິງພະລັງຊີວິດອັນແຮງກ້າ ຂອງແນວທາງການພັດທະນາທີ່ໄດ້ຮັບການເສີມຂະຫຍາຍ ແລະ ປັບປຸງໃຫ້ສົມບູນແບບຢ່າງຕໍ່ເນື່ອງຈາກບົດຮຽນຕົວຈິງ. ຫວຽດນາມ ໄດ້ສ້າງຕັ້ງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ເປີດປະຕູສູ່ພາຍນອກ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍກຳລັງແຮງພາຍໃນປະເທດ ຄວບຄູ່ກັບການຍາດແຍ່ງຊັບພະຍາກອນ ແລະ ປັດໄຈສະໜັບສະໜູນຈາກພາຍນອກເພື່ອການພັດທະນາ. ໝາກຜົນດັ່ງກ່າວສະແດງອອກຢ່າງຈະ ແຈ້ງຜ່ານການປ່ຽນແປງທັງດ້ານຂະໜາດ ແລະ ຄຸນນະພາບ ຂອງພື້ນຖານເສດຖະກິດ. ໃນປີ1986 ເຊິ່ງເປັນໄລຍະເລີ່ມຕົ້ນຂອງການປ່ຽນແປງໃໝ່, ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ຢູ່ທີ່ລະດັບຕ່ຳກວ່າ 100 ໂດລາສະຫະລັດ. ຈົນຮອດປີ 2025, ຂະໜາດເສດຖະກິດຂອງ ຫວຽດນາມ ມີມູນຄ່າຫຼາຍກວ່າ 500 ຕື້ໂດລາສະຫະລັດ, ຢືນຢູ່ໃນອັນດັບທີ 32 ຂອງໂລກ. ຂະນະທີ່ GDP ສະເລ່ຍຕໍ່ຫົວຄົນສູງກວ່າ 5.000 ໂດລາ ສະຫະລັດ. ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ, ອັດຕາເງິນເຟີ້ຖືກຄວບຄຸມໄວ້ໃນລະດັບປະມານ 3% ແລະ ຄວາມດຸ່ນດ່ຽງຂອງເສດຖະກິດ ໄດ້ຮັບ ການຮັກສາໄວ້ຢ່າງໜັກແໜ້ນ. ມູນຄ່າການນຳເຂົ້າ-ສົ່ງອອກລວມ ສ້າງສະຖິຕິສູງສຸດຫຼາຍກວ່າ 930 ຕື້ໂດລາສະຫະລັດ, ເຮັດໃຫ້ຫວຽດນາມກ້າວເຂົ້າສູ່ກຸ່ມ 20 ພື້ນຖານເສດຖະກິດທີ່ມີຂະໜາດການຄ້າສາກົນໃຫຍ່ທີ່ສຸດໃນໂລກ, ໂດຍມີມູນຄ່າເກີນດຸນການຄ້າຫຼາຍກວ່າ 20 ຕື້ໂດລາສະຫະລັດ. ມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນລວມ ບັນລຸເກືອບ 39 ຕື້ໂດລາສະຫະລັດ ແລະ ອັດຕາສ່ວນຄົວເຮືອນທຸກ ຍາກຫຼຸດລົງເຫຼືອພຽງ 1,3%.
ເຖິງຢ່າງໃດກໍຕາມ, ຄວາມໝາຍຂອງການປ່ຽນແປງໃໝ່ບໍ່ໄດ້ຢຸດຢູ່ພຽງແຕ່ຕົວເລກສະຖິຕິເທົ່ານັ້ນ. ຈາກປະເທດທີ່ເຄີຍເພິ່ງພາການຜະລິດກະສິກຳເປັນ
ຕົ້ນຕໍ ແລະ ເຄີຍປະເຊີນກັບໄພຂາດແຄນສະບຽງອາຫານ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນປະເທດສົ່ງອອກຜະລິດຕະພັນກະສິກຳຊັ້ນນຳຂອງໂລກ. ຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຜະລິດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສິນຄ້າຫວຽດນາມຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມໃນຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ອຸປະທານລະດັບໂລກຢ່າງເລິກເຊິ່ງ.
ສຳລັບພື້ນຖານໂຄງລ່າງ. ກໍມີບາດກ້າວພັດທະນາແບບກ້າວກະໂດດເຊັ່ນດຽວກັນ. ລະບົບເສັ້ນທາງຄົມມະນາຄົມ, ທ່າເຮືອ, ສະໜາມບິນ, ໂຄງຂ່າຍໄຟຟ້າ, ໂທລະຄົມມະນາຄົມ ແລະ ໂຄງລ່າງຕົວເມືອງ ໄດ້ຮັບການລົງ ທຶນໃຫ້ມີຄວາມຄົບຊຸດ ແລະ ເຊື່ອມຈອດກັນຫຼາຍຂຶ້ນ. ຈົນຮອດທ້າຍປີ 2025, ຫວຽດນາມ ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ເສັ້ນທາງດ່ວນຫຼາຍກວ່າ 3.000 ກິໂລແມັດ, ສ້າງເປັນໂຄງຂ່າຍຄົມມະນາຄົມ ຍຸດທະສາດແລວເໜືອ-ໃຕ້ ທີ່ເຊື່ອມໂຍງບັນດາເຂດເສດຖະກິດສຳຄັນ, ດ່ານສາກົນ ແລະ ທ່າເຮືອໃຫຍ່ເຂົ້າດ້ວຍກັນ. ຄຽງຄູ່ກັບພື້ນຖານໂຄງລ່າງ ທາງກາຍະພາບ, ຫວຽດນາມ ພວມເລັ່ງພັດທະນາໂຄງລ່າງດີຈິຕອນ ແລະ ຂໍ້ມູນ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈິຕອນ, ປັນຍາປະດິດ, ອຸດສາຫະກຳເຊມິຄອນດັກເຕີ, ພະ ລັງງານຮູບແບບໃໝ່ ແລະ ເຕັກໂນໂລຊີຍຸດທະສາດ ໄດ້ຮັບການກຳນົດໃຫ້ເປັນກຳລັງຂັບເຄື່ອນຫຼັກຂອງຮູບແບບການເຕີບໂຕໃໝ່. ພ້ອມດຽວກັນນັ້ນ, ສັກກະຍະພາບ ດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ກໍໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ. ສິ່ງທີ່ສຳຄັນຍິ່ງໄປກວ່ານັ້ນຄື ໝາກຜົນຂອງການພັດທະນາໄດ້ຖືກປ່ຽນມາເປັນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ. ວຽກງານການຫຼຸດຜ່ອນຄວາມທຸກຍາກ, ການປະກັນສະຫວັດດີການສັງຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ນີ້ແມ່ນຈຸດເດັ່ນອັນຊົງຄຸນຄ່າຂອງພາລະກິດປ່ຽນແປງໃໝ່: ການພັດທະນາເສດຖະກິດ ຕ້ອງຕິດພັນກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ ໂດຍຖືເອົາປະຊາຊົນເປັນໃຈກາງຂອງການພັດທະນາ.
ບົດບາດ ແລະ ອິດທິພົນທີ່ໄດ້ຮັບການຍົກສູງໃນເວທີສາກົນ. ຖານະ ແລະ ບົດບາດຂອງຫວຽດນາມ ໃນເວທີສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ. ຫວຽດນາມ ໄດ້ດຳເນີນນະໂຍບາຍເຊື່ອມໂຍງສາກົນຢ່າງຕັ້ງໜ້າ ແລະ ເປັນເຈົ້າການ, ເຂົ້າຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງໃນ ອາຊຽນ, ອົງການສະຫະປະຊາຊາດ, ເອເປັກ ຕະ ຫຼອດຮອດກົນໄກການຮ່ວມມືລະດັບພາກພື້ນ ແລະ ສາກົນອື່ນໆ. ຫວຽດນາມ ເຄີຍດຳລົງຕຳແໜ່ງເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ 2 ສະໄໝ, ເປັນປະທານອາຊຽນຫຼາຍຄັ້ງຢ່າງຈົບງາມ ແລະ ເປັນເຈົ້າພາບຈັດກອງປະຊຸມສາກົນລະດັບສູງຫຼາຍຄັ້ງ. ປັດຈຸບັນ, ຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງປະຊາຄົມໂລກ, ໄດ້ເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ປະກອບ ສ່ວນເຂົ້າໃນຄວາມພະຍາຍາມລວມເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ ແລະ ການຮັບມືກັບສິ່ງທ້າທາຍລະດັບໂລກ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວ ພັນທາງການທູດກັບ 194 ປະ
ເທດທົ່ວໂລກ, ສ້າງຂອບການພົວ ພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 45 ປະເທດ, ລວມທັງ 5 ປະເທດສະມາ ຊິກຖາວອນຂອງສະພາຄວາມ ໝັ້ນຄົງແຫ່ງສະຫະປະຊາຊາດ.
ໃນຕົ້ນປີ 2026, ຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ກຳນົດແນວຄິດ, ວິໄສທັດ ແລະ ການຕັດສິນໃຈຍຸດທະສາດສຳ
ຄັນ ເພື່ອນຳພາປະເທດຊາດກ້າວ ເດີນຢ່າງໜັກແໜ້ນເຂົ້າສູ່ສັງກາດໃໝ່: ຮອດປີ 2030 (ຄົບຮອບ 100 ປີ ແຫ່ງການສ້າງຕັ້ງພັກ ກອມມູນິດ ຫວຽດນາມ) ຈະກາຍເປັນປະເທດກຳລັງພັດທະ ນາທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍໄດ້ປານກາງລະດັບສູງ. ຮອດປີ 2045 (ຄົບຮອບ 100 ປີ ແຫ່ງການສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ) ຈະກາຍເປັນປະ ເທດພັດທະນາ ທີ່ມີລາຍໄດ້ສູງ ຕາມທິດສັງຄົມນິຍົມ.ເປົ້າໝາຍເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງຫວຽດນາມ ໃນການກ້າວໄປຂ້າງໜ້າ, ພ້ອມທັງໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານສັກກະຍະພາບ, ກຳລັງແຮງ ແລະ ບົດຮຽນຕົວຈິງທີ່ໄດ້ສະສົມມາເປັນເວລາຫຼາຍທົດສະວັດ, ເຊິ່ງເປັນແບບ ຢ່າງໃຫ້ແກ່ພາກພື້ນໄດ້ດີ.
ບ.ກ ຂ່າວຕ່າງປະເທດ: ຮຽບຮຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















