ເຈົ້າໜ້າທີ່ບຸກຄົ້ນໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຈັບຕົວສະແກມເມີໄດ້ 139 ຄົນ ມີ 4 ສັນຊາດ
ເວລາອອກຂ່າວ: 2026-09-03 09:24:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ: ![]()
ໜັງສືພິມຄວາມສະຫງົບ ລາຍງານວັນທີ 31 ສິງຫາ 2026 ວ່າ: ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກຳທາງອິນເຕີເນັດ, ເວັບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 139 ຄົນ, ຍິງ 54 ຄົນ ລວມມີ 4 ສັນຊາດ.
ຈຸດທີ1: ຢູ່ໂຮງແຮມ ແມັງໂກຮຟ ສາມາດກັກຕົວໄດ້ 114 ຄົນ, ຍິງ 50 ຄົນ, ມີ 4 ສັນຊາດ ຄື: ສັນຊາດ ໄທ ມີ 105 ຄົນ, ຍິງ 48 ຄົນ, ສັນຊາດຈີນ 7 ຄົນ, ຍິງ 1 ຄົນ, ສັນຊາດ ຈີນ-ໄຕ້ຫວັນ 1 ຄົນ ແລະ ສັນຊາດກຳປູເຈຍ 1 ຄົນ. ສາມາດຢຶດເຄື່ອງຂອງກາງທີ່ນຳໃຊ້ເຂົ້າໃນການກະທຳຜິດ ມີຄອມພິວເຕີໂນດບຸກ 17 ໜ່ວຍ, ໂທລະສັບມືຖື 321 ໜ່ວຍ, ໄອແພັດ 11 ໜ່ວຍ, ແທັບເລັດ 10 ໜ່ວຍ, ຈໍແຊ ຄອມພິວເຕີ 2 ໜ່ວຍ, ຫົວນ້ຳຢາສູບໄຟຟ້າ 24 ອັນ, ຢາສູບໄຟຟ້າ 5 ອັນ, ນ້ຳຢາປະສົມນໍ້າກະທ້ອມ 4 ແກ້ວ ແລະ ໃບກະທ້ອມ ບັນຈຸໃນຖົງອີກ 1 ຖົງ.
ຈຸດທີ 2: ຢູ່ອາພາດເມັ້ນ ກໍລໍລີ່ ສາມາດກັກຕົວໄດ້ 25 ຄົນ, ຍິງ 4 ຄົນ ລວມມີ 3 ສັນຊາດ ຄື: ສັນຊາດໄທ 12 ຄົນ, ຍິງ 4 ຄົນ, ສັນຊາດຈີນ 7 ຄົນ ແລະ ສັນຊາດ ຈີນ-ໄຕ້ຫວັນ 6 ຄົນ; ຢຶດເຄື່ອງຂອງກາງ ໄດ້ມີຄອມພິວເຕີຕັ້ງໂຕະ 8 ໜ່ວຍ, ຄອມພິວເຕີໂນດບຸກ 9 ໜ່ວຍ, ໂທລະສັບມືຖື 119 ໜ່ວຍ, ໄອແພັດ 3 ໜ່ວຍ, ເມັດຂາວຄ້າຍຄື ສານເສບຕິດ 2 ຖົງນ້ອຍ (ຍັງບໍ່ທັນພິສູດ ແລະ ສັ່ງນ້ຳໜັກ), ກັບໄຟ 39 ແກັດ.
ປັດຈຸບັນ, ເຈົ້າໜ້າທີ່ກຳລັງດຳ ເນີນການສືບສວນ-ສອບສວນຜູ້ຖືກຫາ ເພື່ອຂະຫຍາຍຜົນຊອກຫາຫົວໂປ່ໂຕການ ແລະ ພັກພວກກຸ່ມແກ້ງມາດຳເນີນຄະດີຕາມລະ ບຽບກົດໝາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














