ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-09-03 09:16:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ກອງພັນນັກຮຽນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ກອງມີ ໄຊຍະຫວັດ ຮອງຫົວໜ້າການທະຫານ, ຫົວໜ້າພະແນກອົບຮົມ ໂຮງຮຽນທະຫານຊາຍແດນ 712 ໄດ້ເຜີຍແຜ່ເອກະສານ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊິ່ງດໍາເນີນພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົົມນິຍົມ”. ຈາກນັ້ນ, ສະຫາຍ ພັນໂທ ສີໂຫ ດວງຈຳປາ ຫົວໜ້າພະແນກເຕັກນິກ ໄດ້ເຜີຍແຜ່ເອກະສານກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ສະຫາຍ ພັນຕີ ສິດທິໄຊ ອຸໄທລັດສະດີ ຫົວໜ້າພະແນກການເມືອງ ໄດ້ເຜີຍແຜ່ຂໍ້ກຳນົດ ວ່າດ້ວຍວຽກງານແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ. ໂອກາດນີ້, ສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ໄດ້ເຜີຍແຜ່ເອກະສານໂຄງການການເມືອງ ສະບັບທີ 3 ເຊິ່ງແມ່ນທິດສະດີປະຕິວັດຂອງພັກ, ເປັນທວນໄຟເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ ແລະ ນຳພາທຸກໄຊຊະນະ ຂອງການປະຕິວັດລາວ. ຕະຫຼອດໄລຍະ ແຫ່ງການນຳພາພາລະກິດປະຕິວັດ, ພັກໄດ້ວາງແຜນດຳເນີນງານ, ໂຄງການການເມືອງຂອງຕົນ ເພື່ອນຳພາການປະຕິວັດລາວ ກ້າວຂຶ້ນຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ, ແຕ່ລະໂຄງການການເມືອງ ໄດ້ເປັນຂີດໝາຍອັນໃສແຈ້ງສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກ. ການຈັດຕັ້ງປະຕິບັດໂຄງການການເມືອງສະບັບນີ້ ໃຫ້ສຳເລັດ ຈະສ້າງໄດ້ບາດກ້າວເດີນ ແລະ ບາດລ້ຽວທີ່ໜັກແໜ້ນໃຫ້ແກ່ພາລະກິດ ແຫ່ງການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນຢ່າງໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ. ໂດຍ: ພິລະສອນ ວັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ