ກອງບັນຊາການທະຫານແຂວງບໍ່ແກ້ວ ມອບເງິນອຸດໜູນ ໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2026-09-03 09:11:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີ ມອບ-ຮັບເງິນອຸດໜູນເທື່ອດຽວ ໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ ໂດຍການເປັນປະທານ ແລະ ກ່າວມອບ ຂອງສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຕາງໜ້າຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂດຍອີງຕາມກົດໝາຍ ວ່າດ້ວຍປະກັນສັງຄົມ ແລະ ອີງຕາມ ຄຳສັ່ງແນະນໍາ ຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍປະກັນສັງຄົມໃນກອງທັບປະຊາຊົນລາວ ເພື່ອເບິ່ງແຍງຊີວິດການເປັນຢູ່ ແລະ ຕອບແທນບຸນຄຸນຄຸນງາມຄວາມດີ ຂອງພະນັກງານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ. ສະຫາຍ ພັນໂທ ເຄນ ແກ້ວດາລາ ໄດ້ຕາງໜ້າມອບເງິນອຸດໜູນ ໃຫ້ແກ່ຄອບຄົວຜູ້ເສຍຊີວິດຈຳນວນ 1 ສະຫາຍ ລວມເປັນເງິນທັງໝົດ 146.105.000 ກີບ.
ໂອກາດນີ້, ສະຫາຍ ພັນໂທ ເຄນ ແກ້ວດາລາ ໄດ້ຮຽກຮ້ອງໃຫ້ຄອບຄົວ ຈົ່ງນຳເອົາເງິນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການບໍລິຫານຈັດການ ແລະ ປັບປຸງຊີວິດການເປັນຢູ່ ຂອງຄອບຄົວ ໃຫ້ເກີດຜົນປະໂຫຍດສູງສຸດ ພ້ອມທັງ ສືບຕໍ່ມູນເຊື້ອອັນດີງາມ ຂອງຄອບຄົວນັກຮົບປະຕິວັດເຂົ້າໃນການພັດທະນາທ້ອງຖິ່ນຂອງຕົນ.
ໂດຍ: ນີ່
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















