ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາປິດ​ຊຸດ​ອົບຮົມ​ການ​ທະຫານ ໃຫ້​ລັດຖະກອນ​ປ້ອງ​ກັນ​ຊາດ (ຄູ​ອາສາ) ປະຈຳ​ປີ 2026
ເວລາອອກຂ່າວ: 2026-09-03 09:08:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ:



ວັນ​ທີ 20 ສິງຫາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນໍ້າ​ທາ ໄດ້​ປິດ​ຊຸດ​ອົບຮົມ​ການ​ທະຫານ ໃຫ້​ລັດຖະກອນ​ປ້ອງ​ກັນ​ຊາດ (ຄູ​ອາສາ) ປະຈຳ​ປີ 2026, ໂດຍ​ການ​ເປັນ​ປະທານ ຂອງ ສະຫາຍ ພັນ​ເອກ ບຸນ​ມີ ໄຊປະເສີດ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງນ້ຳທາ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຄະນະ​ຮັບຜິດຊອບ, ຄູ-ອາຈານ ແລະ ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ຕຸ້ຍ ຄິດທະໄຊ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ອົບຮົມ-ຫັດ​ແອບ​ການ​ທະ ຫານ ໃຫ້​ລັດຖະກອນ​ປ້ອງ​ກັນ​ຊາດ (ຄູ​ອາສາ) ປະຈຳ​ປີ 2026 ຂອງ​ກອງ​ບັນຊາການທະຫານ​ແຂວງ​ຫຼວງ​ນ້ຳ​ທາ, ຊຸດ​ອົບຮົມ- ຫັດ​ແອບ​ຄັ້ງ​ນີ້, ມີພະນັກງານ​ລັດຖະກອນປ້ອງກັນຊາດເຂົ້າ​ຮ່ວມ​ທັງ​ໝົດ 34 ສະຫາຍ, ຍິງ 16 ສະຫາຍ, ເນື້ອ​ໃນທີ່ນຳ​ມາ​ອົບຮົມ-ຫັດ​ແອບ ມີ​ພາກ​ວິຊາ​ການເມືອງ, ພາກ​ວິຊາ​ພະລາທິ ການ, ພາກວິຊາລະບຽບ-ກິລາ, ພາກ​ວິຊາ​ສິລະປະ​ຍຸດ ແລະ ພາກ​ວິຊາ​ຍຸດທະວິທີ. ພາກ​ການ ເມືອງ ປະກອບ​ມີ: ກຽດ​ສັກ​ສີ ແລະ ຄວາມ​ຮັບຜິດຊອບ​ຂອງ​ນັກຮົບ​ກອງທັບ​ປະຊາຊົນ​ລາວ, ເປົ້າ​ໝາຍ​ອຸດົມ​ຄະຕິ​ສູ້​ຮົບຂອງ​ກອງທັບ, ພາລະ​ບົດບາດ ແລະ ໜ້າທີ່​ຂອງ​ກອງທັບ, ທາດ​ແທ້ຊົນ ​ຊັ້ນ​ກຳມະກອນ ແລະ ມູນເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ກອງທັບ, ກົດໝາຍ​ພັນທະ​ປ້ອງ​ກັນ​ຊາດ, ກົດ​ລະບຽບ​ຂອງ​ກອງທັບ; ພາກ ​ພະລາທິການ ປະກອບ​ມີ: ລະ ບອບ​ອັດຕາ​ເງິນເດືອນ, ລະບອບ ​ອຸປະໂພກ-ບໍລິໂພກ​ໃນ​ກອງທັບ, ອະນາໄມ​ກັນ​ພະຍາດ, 5 ເຕັກ ນິກ​ການ​ແພດ ແລະ ພາກ​ການ​ທະຫານ ​ປະກອບ​ມີ: ຂໍ້​ກຳນົດ​ກົດ​ລະບຽບ​ໃນ​ກອງທັບ, ລະບຽບ​ບຸກຄົນ ແລະ ລະບຽບ​ຮູບ​ແຖວ​ພື້ນຖານ​ຂອງ​ກອງທັບ, ສິລະ​ປະ ຍຸດ​ທະຫານ​ຮາບ ແລະ ຍຸດທະວິທີ​ການ​ທະຫານ ສະເລ່ຍ​ຜົນ​ໄດ້​ຮັບ ພາກ​ການເມືອງ 72%, ພາກ​ພະ ລາທິການ 84%, ວິຊາ​ລະບຽບ-ກິລາ 81%, ພາກ​ສິນລະປະ ຍຸດ 76% ແລະ ພາກ​ຍຸດທະວິທີ 82%. ສະ​ເລ່ຍ​ລວມ​ຜົນ​ໄດ້​ຮັບ ທັງ​ໝົດ 81%. ໂອກາດ​ນີ້, ຍັງ​ໄດ້​ມອບ​ໃບຢັ້ງ ຢືນ​ໃຫ້​ນັກ​ເຝິກອົບຮົມ ພ້ອມ​ທັງ​ຮັບ​ຟັງ​ການ​ໂອ້​ລົມຈາກ​ສະຫາຍ​ປະທານ ຕື່ມ​ອີກ. ໂດຍ: ບຸນ​ປັນ ປັນຍາ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ