ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ມອບ-ຮັບ ໜ້າທີ່ ນາຍທະຫານໄປປະຈຳການ ຢູ່ສະພາປະຊາຊົນແຂວງບໍ່ແກ້ວ
ເວລາອອກຂ່າວ: 2026-09-03 09:07:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ວັນທີ 1 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ນາຍທະຫານໄປປະຈຳການ ຢູ່ສະພາປະຊາຊົນແຂວງ ໂດຍການເປັນປະທານ ຂອງທ່ານ ສາຍຄຳ ຄຳປະເສີດ ຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ, ມີສະຫາຍ ບຸນຄໍ້າ ຄຳພັນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີບັນດາຕາງໜ້າພະແນກການກ່ຽວຂ້ອງ ຈາກກອງບັນຊາການທະຫານແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະນັກງານວິຊາການ ສະພາປະຊາຊົນແຂວງ ເຂົ້າຮ່ວມ. ສະຫາຍ ພັນຕີ ດອນ ພອນມະນີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງນາຍທະຫານໄປປະຈຳການ ຢູ່ສະພາປະຊາຊົນແຂວງ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນຕີ ຄຳແກ້ວ ສີຫາເກດ ຮອງຫົວໜ້າພະແນກກົດໝາຍ ໄປປະຈຳຢູ່ສະພາປະຊາຊົນແຂວງບໍ່ແກ້ວ. ຈາກນັ້ນ, ໄດ້ພ້ອມກັນເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ. ໂອກາດນນີ້, ທ່ານ ສາຍຄຳ ຄຳປະເສີດ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ສືບຕໍ່ສ້າງຄວາມສາມັກຄີພາຍໃນ, ປະສານງານຢ່າງໃກ້ຊິດກັບຄະນະປະຈຳສະພາປະຊາຊົນແຂວງ ແລະ ບັນດາພາກສ່ວນທີກ່ຽວຂ້ອງ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອປະກອບສ່ວນສ້າງສະພາປະຊາຊົນແຂວງໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ປະຕິບັດສຳເລັດທຸກໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ໂດຍ: ນີ່ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ