ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກອງ​ພົນ​ທີ 3 ໂຄສະນາ​ເຜີຍແຜ່​ກົດໝາຍ ແລະ ນິຕິ​ກຳ​ຕ່າງໆ
ເວລາອອກຂ່າວ: 2026-09-03 09:05:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ວັນ​ທີ 26 ສິງຫາ 2026, ກອງ​ພົນ​ທີ 3 ໄດ້​ຈັດ​ຕັ້ງ​ໂຄສະ ນາ​ເຜີຍແຜ່​ກົດໝາຍ ແລະ ນິຕິ​ກຳ​ຕ່າງໆ​ໃຫ້​ພະນັກງານ-ນັກ ຮົບກົມ​ກອງ, ໂດຍ​ການເປັນ​ປະທານ​ຂອງ ສະຫາຍ ພັນໂທ ຈັນສອນ ໄຊ​ຍະ​ຄຳ ຮອງຫົວໜ້າ​ ຫ້ອງ​ການເມືອງ​ກອງ​ພົນທີ 3, ມີ​ຄະນະພັກ-ຄະນະ​ບັນຊາພະ ແນກການທີ່ກ່ຽວຂ້ອງຕະຫຼອດ​ຮອດພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວິ​ນາ ອຸ່ນ​ດາ​ວົງ ຫົວໜ້າ​ພະ​ແນກ​ກົດໝາຍ ກອງ​ພົນ​ທີ 3 ໄດ້​ເຜີຍແຜ່​ກົດໝາຍ ແລະ ນິຕິ​ກຳ​ຕ່າງໆ​ຂອງ​ຂັ້ນ​ເທິງ ກໍ​ຄື ຂອງ​ກອງ​ພົນ​ທີ 3 ວ່າ​ດ້ວຍ​ການຈັດຕັ້ງ​ປະຕິບັດ​ລະບຽບ​ວິໄນ​ຂອງ​ກອງທັບ ສະບັບ​ປັບປຸງ 2024 ມີ​ທັງ​ໝົດ VII ພາກ 73 ມາດຕາ ແລະ ກົດໝາຍ ວ່າ​ດ້ວຍ​ຄອບຄົວ ສະບັບ​ ປັບປຸງ ລວມ​ມີ​ທັງ​ໝົດ VIII ພາກ 56 ມາດຕາ ແລະ ກົດໝາຍ ວ່າ​ດ້ວຍ​ກອງທັບ​ປະຊາຊົນ​ລາວ ສະບັບ​ປຸງ ມີ​ທັງ​ໝົດ V ພາກ 50 ມາດຕາ; ທັງ​ນີ້ ກໍ​ເພື່ອ​ເຊື່ອມ​ຊຶມ​ໃຫ້​ພະນັກງານ-ນັກຮົບ ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ທົ່ວ​ເຖິງ​ບັນດາ​ຫຼັກການ, ລະບຽບ​ການ, ມາດ​ຕະການ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ ເພື່ອ​ຮັບປະກັນ​ການ​ປະ​ຕິດ​ບັດ​ວຽກ​ງານ​ທາງ​ດ້ານ​ກົດໝາຍ​ນາຍ​ທະຫານ​ໃຫ້​ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ ແນໃສ່​ປົກ​ປ້ອງ​ຜົນ​ປະໂຫຍດ​ຂອງ​ກອງທັບ, ສິດ ແລະ ຜົນ​ປະໂຫຍດ​ອັນ​ຊອບ​ທຳ​ຂອງ​ນາຍ ແລະ ພົນທະຫານ​ໃນ​ເວລາ​ປະຕິບັດ​ໜ້າທີ່​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບປະກອບສ່ວນ​ເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາ​ປະເທດ​ ຊາດ. ໂດຍ: ຄຳ​ຜຸຍ ສີວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ