ຫ້ອງພະລາທິການ ກທອ ເປີດບັ້ນເຝິກອົບຮົມ-ຫັດແອບ ວຽກງານພະລາທິການ-ເຕັກນິກ ປະຈຳປີ 2026
ເວລາອອກຂ່າວ: 2026-09-03 09:04:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ຫ້ອງພະລາທິການ ກອງບັນຊາການທະຫານອາກາດ (ກທອ) ໄດ້ເປີດບັ້ນເຝິກອົບຮົມ-ຫັດແອບ ວຽກງານພະລາທິການ-ເຕັກນິກ ປະຈໍາປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ດາວຈະເລີນ ພົມມີໄຊ ຮອງຫົວໜ້າຫ້ອງພະລາທິການ ກທອ, ມີຄະນະຫ້ອງ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວຫ້ອງພະລາທິການ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາແດງ ກົມມະເມືອງ ຮອງຫົວໜ້າພະແນກເສນາພະລາ ຫ້ອງພະລາທິການ ໄດ້ຜ່ານແຜນການອົບຮົມ-ຫັດແອບ ວຽກງານ ພະລາທິການ-ເຕັກນິກ ປະຈໍາປີ 2026 ເພື່ອປະຕິບັດຕາມທິດນຳ ຂອງພັກ ໃນການກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໜ, ອີກດ້ານໜຶ່ງ ແມ່ນປະຕິບັດຕາມ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືຄຳສັ່ງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຈັດຕັ້ງອົບຮົມ-ຫັດແອບ ວຽກງານພະລາທິການ-ເຕັກນິກ ໃຫ້ບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນທົ່ວກອງທັບ ປະຈຳປີ 2026 ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ-ນັກຮົບພະລາທິການ ຜູ້ທີ່ເຮັດວຽກງານວິຊາສະເພາະພະລາທິການ-ເຕັກນິກການທະຫານ ກຳໄດ້ລະບຽບການ, ວິທີການ, ລຳດັບ, ຂັ້ນຕອນແຕ່ລະບາດກ້າວໃຫ້ການຊີ້ນຳ, ບັນຊາ ແລະ ເຮັດວຽກງານພະລາທິການ ເຫຼ່າຮົບທະຫານອາກາດ ຢ່າງມີຫົວຄິດຜະດິດສ້າງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ສ້າງທັດສະນະເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຜ່ານຜ່າຄວາມຫຍຸ້ງຍາກ, ມີແນວຄິດປະຢັດສັດຊື່ສັດບໍລິສຸດ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນກົມກອງ. ວຽກງານທີ່ນຳມາເຝິກອົບຮົມໃນຄັ້ງນີ້ ມີ 8 ວຽກງານຄື: ວຽກງານເສນາພະລາ, ວຽກງານຮັບປະກັນອຸປະໂພກ-ບໍລິໂພກ, ວຽກງານການເງິນ, ວຽກງານເສນາຮັກ ທະຫານອາກາດ, ວຽກງານຂົນສົ່ງທາງອາກາດ, ວຽກງານນ້ຳມັນເຊື້ອໄຟ, ວຽກງານເຄຫະສະຖານ ແລະ ວຽກງານສະໜາມບິນ.
ໂອກາດນີ້, ສະຫາຍ ພັນໂທ ດາວຈະເລີນ ພົມມີໄຊ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບແຕ່ລະສະຫາຍ ຈົ່ງເອົາໃຈໃສ່ນໍາພາ-ຊີ້ນຳ, ຕັ້ງໜ້າເຝິກແອບຮໍ່າຮຽນ ເພື່ອຮັບປະກັນໃຫ້ການອົບຮົມ-ຫັດແອບ ມີຄຸນນະພາບ, ກຳແໜ້ນໄດ້ເນື້ອໃນ, ທິດສະດີ, ຫຼັກການ, ຂັ້ນຕອນໃນການເຮັດວຽກ ໃຫ້ມີຄວາມຊຳນິຊຳນານ ແລະ ກຳແໜ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ຈັດຕັ້ງປະຕິບັດບັ້ນເຝິກອົບຮົບໃຫ້ໄດ້ຮັບຜົນສຳເລັດສູງ.
ໂດຍ: ກາ ຫຼ້າພາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















