ທະຫານເມືອງຫົງສາ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງຂະແໜງການພະລາທິການກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-09-03 09:04:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 98 | ຄວາມນິຍົມ: ![]()
ວັນທີ 25 ສິງຫາ 2026, ກອງບັນຊາການທະຫານເມືອງຫົງສາ, ແຂວງໄຊຍະບູລີ ໄດ້ປາຖະກະຖາມູນເຊື້ອ ວັນສ້າງຕັ້ງຂະແໜງພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956- 5 ສິງຫາ 2026), ໂດຍການເປັນປະທານຂອງ ສະຫາຍ ພັນໂທ ພວງເພັດ ໄຊຍະແກ້ວ ຫົວໜ້າພະແນກພະລາທິການ ກອງບັນຊາການທະຫານເມືອງຫົງສາ, ມີສະຫາຍ ພັນໂທ ຄຳພາຍ ໄຊຍະວົງ ຮອງຫົວໜ້າການ ເມືອງ ກອງບັນຊາການທະຫານເມືອງຫົງສາ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ
ສະຫາຍ ພັນໂທ ພວງເພັດ ໄຊຍະແກ້ວ ໄດ້ປາຖະກະຖາຫວນ ຄືນມູນເຊື້ອ ກ່ຽວກັບວັນສ້າງຕັ້ງຂະແໜງພະລາທິການກອງທັບປະຊາຊົນລາວ ຍົກໃຫ້ເຫັນປະ ຫວັດສາດແຫ່ງການຕໍ່ສູ້ອັນພິລະອາດຫານ ຄຽງບ່າຄຽງໄຫຼ່ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ກອງທັບປະຊາຊົນລາວ ໃນການຮັບປະກັນດ້ານພະລາທິການ-ເຕັກນິກ, ການປູກຝັງ-ລ້ຽງສັດ, ຮັບປະກັນຊີວິດການເປັນຢູ່ ແລະ ປົກປັກຮັກສາສຸຂະພາບຂອງພະ ນັກງານ-ນັກຮົບ ໃຫ້ມີຄວາມພ້ອມປະຕິບັດໜ້າທີ່ທຸກສະພາບການຕະຫຼອດໄລຍະແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະ
ຫຍາຍຕົວຂອງວຽກງານພະລາທິການ ເພື່ອເປັນການສຶກສາອົບຮົມ ການເມືອງ-ແນວຄິດໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອຂອງວັນປະຫວັດສາດດັ່ງກ່າວ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງມີນ້ຳໃຈຮັກຊາດຮັກລະບອບໃໝ່, ຮຽນຮູ້ບົດບາດການນຳພາສ້າງພະລາທິການກັບທີ່ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານໃຫ້ເປັນຂະບວນການ ແລະ ມີໝາກຜົນຕົວຈິງ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ນິດແກ້ວ ວິໄລຈິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















