ໂຮງຮຽການທະຫານທ້ອງຖິ່ນແຂວງເຊກອງ ປິດຊຸດອົບຮົມ-ຫັດແອບ ປະຈຳປີ 2026
ເວລາອອກຂ່າວ: 2026-09-03 09:02:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ: ![]()
ວັນທີ 27 ສິງຫາ 2026, ໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງ ໄດ້ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳກ້ອນ ດອນອິນດີ້ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງເຊກອງ, ມີ ສະຫາຍ ພັນໂທ ເພັດສະຫວັນ ເຮືອງປັນຍາ ຫົວໜ້າການເມືອງໂຮງຮຽນ, ສະຫາຍ ພັນໂທ ບຸນສະໜອງ ເພັດສະລາດ ຫົວໜ້າການທະ ຫານໂຮງຮຽນ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ພະແນກການທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ເພັດສະໝອນ ໄຊຍະເລີດ ຫົວໜ້າຂະແໜງອົບ
ຮົມໂຮງຮຽນ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ປະຈຳປີ 2026, ເຊິ່ງໃນໄລຍະການອົບຮົມ-ຫັດແອບ ຮ່ຳຮຽນຕາມແຜນການຂອງກົມກອງສາມາດຕີລາ ຄາຜົນໄດ້ຮັບໃນການຮຽນພາກທິດສະດີ ແລະ ປະຕິບັດຕົວຈິງບັນລຸໄດ້ 95% ແລະ ມີຄວາມປອດໄພ 100%, ຂະແໜງການທີ່ກ່ຽວຂ້ອງ ໄດ້ລົງໄກ້ຊິດຕິດແທດການຮຽນ-ການສອນ ພາກທິດສະດີ ແລະ ພາກປະຕິບັດຕົວ ຈິງຢູ່ພາກສະໜາມ ມີຄວາມຮັບ ປະກັນ ແລະ ປອດໄພ 100%, ພະນັກງານ, ຄູ-ອາຈານ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການສິດສອນ, ສົ່ງຄວາມຮູ້ຢ່າງມີ ຫຼັກການ ແລະ ຖືກຕ້ອງຕາມໂຄງການຫຼັກສູດ ຄຽງຄູ່ກັບດ້ານດີ ກໍມີດ້ານອ່ອນຂໍ້ຄົງຄ້າງບາງບັນຫາ: ການນຳພາ-ຊີ້ນຳ ບາງວຽກງານຍັງບໍ່ທັນເຂັ້ມງວດ ເຮັດໃຫ້ວຽກບາງຢ່າງຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ການຕອບສະໜອງທາງດ້ານວັດຖຸ-ອຸປະກອນຕ່າງໆ ບາງປະເພດຍັງບໍ່ທັນໄດ້ຕາມຫຼັກການ ເຮັດໃຫ້ລ້າຊ້າບໍ່ທັນການບາງຄັ້ງຄາວ; ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບໂຮງຮຽນຈົງຖືເອົາວຽກງານການນຳ ພາ-ຊີ້ນຳ, ການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ວຽກງານອົບຮົມ-ຫັດແອບເປັນໃຈກາງ, ການສິດສອນສົ່ງຄວາມຮູ້ໃຫ້ມີຄຸນນະພາບ ຕິດພັນກັບຂະບວນການຮອບດ້ານຂອງກົມກອງ, ຄະນະພັກ-ຄະນະບັນ ຊາ ຍັງຕ້ອງໄດ້ເອົາໃຈໃສ່ລົງເລິກໃກ້ຊິດຕິດແທດຊີ້ນຳວຽກງານອົບຮົມ-ຫັດແອບ ເປັນປົກກະຕິ, ຂະແໜງອົບຮົມຕ້ອງໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນ, ຕຳນິຕິຊົມ, ສຳຫຼວດກວດກາຂອງສະພາຄູ ປະຈຳເດືອນເປັນປົກກະຕິ ຊີ້ນຳເຂັ້ມງວດໃນການແຕ່ງບົດສອນຂອງ ຄູ-ອາຈານໃຫ້ໄດ້ຕາມມາດຖານເງື່ອນໄຂ ແລະ ມີຄຸນນະພາບສູງ. ສະຫາຍ ພັນໂທ ຄຳກ້ອນ ດອນອິນດີ້ ໄດ້ຮຽກຮ້ອງໃຫ້ພະ ນັກງານ-ນັກຮົບ ຈົ່ງພ້ອມກັນຍົກ ສູງຄຸນນະພາບ ເພື່ອກຳໃຫ້ໄດ້ຈັງຫວະບາດກ້າວພື້ນຖານນຳ ຄູ-ອາຈານຢ່າງລະອຽດ, ດ້ານວິຊາເຕັກນິກການທະຫານ, ສິລະປະຍຸດ ແລະ ຍຸດທະວິທີທະຫານຮາບໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວໃນການບັນຊາສູ້ຮົບ, ນຳເອົາບົດຮຽນທີ່ຮຽນມາໄປໜູນໃຊ້ເຂົ້າໃນວຽກງານສູ້ຮົບຢູ່ກົມກອງໃຫ້ມີຜົນສຳເລັດ ແລະ ມີປະສິດທິພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ກອງຄຳ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















