ກະຊວງປ້ອງກັນປະເທດ ຜ່ານຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-09-02 16:13:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 423 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ ຜ່ານຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງປ້ອງກັນປະເທດ (ສະບັບປັບປຸງ), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຜູ້ຕາງໜ້າຈາກ 4 ກົມໃຫຍ່, ກົມກົດໝາຍ, ກົມຄົ້ນຄວ້າ-ສັງລວມ,ອົງການໄອຍະການຂັ້ນສູງ, ສານທະຫານຂັ້ນສູງ, ກົມພັດທະນາບໍລິຫານລັດ (ຄຈພຊ), ກົມນິຕິກຳ (ສນຍ), ກົມກຳລັງພົນ, ກົມພະນັກງານ, ກົມປ້ອງກັນຊາດ (ສະພາແຫ່ງຊາດ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ໃນກອງປະຊຸມ ສະຫາຍ ພັນເອກ ພັນສະໄໝ ວິໄລ ຮອງຫົວໜ້າກົມກົດໝາຍ ກົມໃຫຍ່ການເມືອງກອງທັບ ໄດ້ລາຍງານຈຸດປະສົງ ຂອງການປັບປຸງດຳລັດ ແມ່ນຍ້ອນການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ເປັນຕົ້ນແມ່ນການປັບປຸງສ້າງຕັ້ງກົມກອງເຫຼົ່າຮົບ ທີ່ຈັດຕັ້ງໃນປັດຈຸບັນ ເຊິ່ງດໍາລັດບໍ່ໄດ້ກຳນົດໄວ້, ການກໍານົດເນື້ອໃນບາງມາດຕາ ຂອງດໍາລັດ ຍັງບໍ່ຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເປັນຕົ້ນໂຄງປະກອບ (ໂຄ່ງຮ່າງຂອງດໍາລັດ ຍັງບໍ່ສອດຄ່ອງກັບຄໍາແນະນໍາ ຂອງກະຊວງພາຍໃນ ກ່ຽວກັບການສ້າງນິຕິກໍາ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາກະຊວງ), ໜ້າທີ່, ຂອບເຂດສິດ ແລະ ໂຄງປະກອບການຈັດຕັ້ງ ຍັງບໍ່ທັນກຳນົດໃຫ້ລະອຽດ ແລະ ສອດຄ່ອງ ກັບກົດໝາຍ ວ່າດ້ວຍການປ້ອງກັນຊາດ, ກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ກົດໝາຍ ວ່າດ້ວຍລັດຖະບານ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ, ນອກນີ້, ຍັງມີບັນຫາອື່ນໆ ທີ່ຕິດພັນກັບວຽກງານປ້ອງກັນຊາດ. ຈາກເຫດຜົນດັ່ງກ່າວ ຈຶ່ງເຫັນວ່າມີຄວາມຈໍາເປັນ ຕ້ອງໄດ້ປັບປຸງດຳລັດສະບັບດັ່ງກ່າວນີ້ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ. ເຊິ່ງຮ່າງດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງປ້ອງກັນປະເທດ (ສະບັບປັບປຸງ) ປະກອບມີ 5 ໝວດ, 13 ມາດຕາ ໃນນີ້, ໄດ້ຕັດອອກ 2 ໝວດ ແລະ 1 ມາດຕາ, ປັບປຸງ 11 ມາດຕາ, ໂຮມເຂົ້າກັນ 2 ມາດຕາ, ຮັກສາເດີມ 1 ມາດຕາ, ເພີ່ມໃໝ່ 1 ມາດຕາ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພາກັນຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ໃສ່ຮ່າງດໍາລັດ ເພື່ອເຮັດໃຫ້ມີຄວາມສົມບູນ ແລະ ຄົບຖ້ວນ ຂຶ້ນຕື່ມ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ທີ່ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງປ້ອງກັນປະເທດ (ສະບັບປັບປຸງ), ຜ່ານການຄົ້ນຄວ້າ ແລະ ປຶກສາຫາລືກັນຢ່າງກົງໄປກົງມາ ຄະນະຮັບຜິດຊອບ ໄດ້ມີຄວາມເປັນເອກະພາບສູງ ຕໍ່ບັນດາເນື້ອໃນທີ່ເຫັນວ່າຄວນໄດ້ປັບປຸງຄືນໃໝ່ ເພື່ອເຮັດໃຫ້ຮ່າງດຳລັດສະບັບນີ້ ມີເນື້ອໃນສົມບູນຄົບຖ້ວນຂຶ້ນຕື່ມ, ເຊິ່ງມັນໄດ້ສະແດງເຖິງຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ຂອງຄະນະຮັບຜິດຊອບຊີ້ນຳລວມ ກໍຄືອານຸກຳມະການເນື້ອໃນປັບປຸງຮ່າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງປ້ອງກັນປະເທດ (ສະບັບປັບປຸງ) ການປັບປຸງຄັ້ງນີ້, ເຫັນວ່າມີຄວາມຈະແຈ້ງ, ຮັດກຸມ, ຊັດເຈນ, ເຂົ້າໃຈງ່າຍ ແລະ ສອດຄ່ອງກັບວຽກງານຕົວຈິງ ຂອງກະຊວງປ້ອງກັນປະເທດ.
ໂດຍ: ເກດແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















