ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ຫ້ອງວ່າການກະຊວງປ້ອງກັນປະເທດ ສຸມໃສ່ການອົບຮົມ-ຫັດແອບ
ເວລາອອກຂ່າວ: 2026-09-02 15:37:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ສຸມໃສ່ການອົບຮົມ-ຫັດແອບ ຢູ່ທີ່ ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສີສະຫງຽມ ອຸດົມ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ, ບັນດາຫົວໜ່ວຍທຸລະກິດເຂດໃຈກາງຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດ, ຄູ-ອາຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ໃນການອົບຮົມ-ຫັດແອບ ໄດ້ດຳເນີນອົບຮົມ-ຫັດແອບ 2 ວຽກງານຄື: 1. ວຽກງານການທະຫານ: ປະກອບມີ ລະບຽບຮູບແຖວບຸກຄົນ, ລະບຽບບຸກຄົນ, ຄົງທີ່-ເຄື່ອນທີ່, ເຄົາລົບ, ຄໍາສັ່ງຮູບແຖວຂັ້ນໝູ່, ໝວດ ແລະ ຂັ້ນກອງຮ້ອຍ, ຫັດກາຍມືເປົ່າ 2 ບົດ 24 ຈັງຫວະ, ຮຽນຮູ້ທິດສະດີຄຸນຄ່າ, ສະມັດຕະພາບປືນສັ້ນ, ປືນຍາວ, ການມ້າງປະກອບ ແລະ ເລັ່ງເປົ້າ. 2. ວຽກງານການເມືອງ: ເຊື່ອມຊຶມເອກະສານຄວາມຮູ້ພື້ນຖານ ທິດສະດີ ມາກ-ເລນິນ ແລະ ແນວທາງການທະຫານຂອງພັກ. ທັງນີ້, ເພື່ອເຮັດໃຫ້ພະນັກງານ-ນັກຮົບ ຮັບຮູ້ລະບຽບແບບແຜນ ຂອງກອງທັບ, ຮູ້ນໍາໃຊ້ອາວຸດ-ຍຸດໂທປະກອນ, ສິລະປະຍຸດ, ຍຸດທະວິທີ, ເຕັກນິກດ້ານການທະຫານ ແລະ ເປັນການສ້າງພະນັກງານ-ນັກຮົບ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີທາດແທ້ການເມືອງໜັກແໜ້ນ, ຮັບຮູ້ທີ່ຕັ້ງ, ພາລະບົດບາດ, ສິດ-ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍ: ອະວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ