ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກອງພັນໃຫຍ່ 605 ຈັດກິດຈະກໍາ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2026-09-02 15:10:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດຊ່ວຍເຫຼືອສັງຄົມ ຢູ່ກອງພັນໃຫຍ່ 605 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງ ກອງພັນໃຫຍ່ 605, ມີ ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານຮັບການບໍລິຈາກເລືອດກອງທັບ ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີທ່ານ ດຣ ຄໍາຈັນ ຄຳມະນີວົງ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ພ້ອມດ້ວຍທີມງານ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ໄມສີ ມາວັນດີ ແລະ ທ່ານ ດຣ ຄໍາຈັນ ຄໍາມະນີວົງ ໄດ້ຜັດປ່ຽນກັນມີຄໍາເຫັນ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງເລືອດ ທີ່ມີຕໍ່ຄົນ ແລະ ເງື່ອນໄຂຜູ້ທີ່ຈະເຂົ້າຮັບການບໍລິຈາກເລືອດໃນຄັ້ງນີ້, ເພາະເລືອດເປັນສິ່ງສໍາຄັນທີ່ຫຼໍ່ລ້ຽງຊີວິດອິນຊີຂອງຄົນ ໃຫ້ມີລົມຫາຍໃຈ ແລະ ດໍາລົງຊີວິດຢູ່ໃນໂລກນີ້, ເລືອດມີຄວາມຈໍາເປັນຢ່າງພາວະນິໄສ ຂອງການຊົມໃຊ້ເລືອດໃນສັງຄົມ, ເລືອດເປັນອົງປະກອບສຳຄັນ ຂອງສິ່ງທີ່ມີຊີວິດ ເວົ້າລວມ, ເວົ້າສະເພາະ ສັງຄົມ ມີຄວາມຕ້ອງການຊົມໃຊ້ເລືອດຫຼາຍ ໂດຍສະເພາະ ຄົນເຈັບທີ່ເປັນພະຍາດຂາດເລືອດ (ປ້າງກິນເລືອດ) ພະຍາດຂາດເລືອດຊໍ້າເຮື້ອ, ພະຍາດໝາກໄຂ່ຫຼັງຊຸດໂຊມ, ອຸບັດຕິເຫດຕາມທ້ອງຖະໜົນ, ເກີດລູກຜິດປົກກະຕິ ແລະ ພະຍາດໄຂ້ເລືອດອອກ ແລະ ອື່ນໆ ທີ່ກໍາລັງນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດ, ຖ້າບໍ່ມີເລືອດບໍລິຈາກ ຊີວິດຄົນເຫຼົ່ານັ້ນຈະບໍ່ໄດ້ຮັບການຊ່ວຍເຫຼືອ ເພາະວ່າເລືອດບໍ່ມີໂຮງງານຜະລິດ, ເຖິງແມ່ນວ່າປະເທດ ຈະສີວິໄລສວຍງາມອຸດົມຮັ່ງມີພຽງໃດກໍຕາມ ແຕ່ກໍບໍ່ສາມາດສ້າງໂຮງງານຜະລິດເລືອດໄດ້ ແລະ ຍັງບໍ່ມີສານຊະນິດໃດໆ ທີ່ຈະເຂົ້າທົດແທນເລືອດໄດ້ ຖ້າຂາດເລືອດ ຕ້ອງໄດ້ປິ່ນປົວດ້ວຍເລືອດເທົ່ານັ້ນ, ພ້ອມນີ້ ຍັງໄດ້ປຸກລະດົມ ໃຫ້ພະນັກງານ-ນັກຮົບ ໃຫ້ສະໝັກໃຈບໍລິຈາກເລືອດແບບສະໝັກໃຈ ແລະ ຈັດກິດຈະກໍາຈົກສະຫຼາກ ໃຫ້ແກ່ຜູ້ທີ່ສະໝັກໃຈບໍລິຈາກເລືອດ ເພື່ອຮັບຂອງລາງວັນທີ່ລະນຶກ ຕື່ມອີກ. ການບໍລິຈາກເລືອດຄັ້ງນີ້ ມີພະນັກງານ-ນັກຮົບ ສະໝັກໃຈບໍລິຈາກເລືອດ ຈໍານວນ 28 ສະຫາຍ, ຍິງ 7 ສະຫາຍ ໄດ້ເລືອດຕົວຈິງ 28 ຖົງ. ຂ່າວ: ນ. ໜູູແດງ ລາດສະແກ້ວ ພາບ: ລໍາພູນ ບຸນວົງໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ