ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ຄະນະກວດກາ ກົມໃຫຍ່ການເມືອງກອງທັບ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງ 3 ປອດ ປະຈໍາປີ 2026
ເວລາອອກຂ່າວ: 2026-09-02 14:50:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ວັນທີ 2 ກັນຍາ 2026 ນີ້, ຄະນະກວດກາຂະບວນການ ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບການເຄື່ອນໄຫວກວດກາຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງ 3 ປອດ (ປອດໄພ ປອດໃສ ປອດຄະດີ) ທົ່ວອົງການກົມໃຫຍ່ການເມືອງກອງທັບ ປະຈໍາປີ 2026 ໂດຍການປະທານຮ່ວມ ຂອງສະຫາຍ ພົນຈັດຕະວາ ວັນໄຊ ຄຳພາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ອຳພອນ ສຸວິໄຊ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະອະນຸກໍາມະການກວດກາ, ຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ‎ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວກວດກາຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ກອງ 3 ປອດ (ປອດໄພ ປອດໃສ ປອດຄະດີ) ປະຈໍາປີ 2026 ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້. ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ກ່ຽວກັບວຽກງານການນຳພາ, ການກໍ່ສ້າງສະມາຊິກພັກ, ການຮັກສາລະບຽບວິໄນ ແລະ ການຍົກສູງຄຸນນະພາບ ຂອງໜ່ວຍພັກ. ພ້ອມນັ້ນ ຍັງໄດ້ເອກະພາບກັນ ໃນການຄັດເລືອກປະເພດໜ່ວຍພັກ ຂອງແຕ່ລະກົມກອງ, ວາງທິດທາງແຜນການ ແລະ ມາດຕະການໃນໄລຍະຕໍ່ໜ້າ ໃຫ້ສອດຄ່ອງກັບໜ້າທີ່ວຽກງານຕົວຈິງ. ໂດຍ: ພອນໄຊ ພອນສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ