ຄະນະນໍາກອງພົນທີ 4 ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ ອວຍພອນ ຄະນະອໍານວຍການ ບໍລິສັດ ຂຸດຄົ້ນແຮ່ທາດ ໂກເອັກໂກ
ເວລາອອກຂ່າວ: 2026-09-02 11:51:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2026 ນີ້, ຄະນະນໍາກອງພົນທີ 4 ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ເຂົ້າອວຍພອນ ຄະນະອໍານວຍການ ບໍລິສັດ ຂຸດຄົ້ນແຮ່ທາດ ໂກເອໂກ ສສ ຫວຽດນາມ ປະຈຳຢູ່ ບ້ານນາແກ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ໂດຍການນຳພາ ຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ວັນທອງ ບຸດສະດາ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ທັງ 2 ກົມກອງ ໂດຍການຕ້ອນຮັບ ຂອງສະຫາຍ ພັນຕີ ຫວໍ້ດຶກວິງ ອຳນວຍການບໍລິສັດ ຂຸດຄົ້ນແຮ່ທາດ ໂກເອັກໂກ ພ້ອມດ້ວຍຄະນະ.
ສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ -ນັກຮົບ ທົ່ວກອງພົນທີ 4 ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ກ່າວອວຍພອນໃຫ້ ໃຫ້ຄະນະພັກ-ຄະນະບັນຊາດ ນາຍ ແລະ ພົນທະຫານ ໃນບໍລິສັດ ຂຸດຄົ້ນແຮ່ທາດ ໂກເອັກໂກ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມທີ່ສົມບູນ, ມີຄວາມຜາສຸກໃນຊິວິດສ່ວນຕົວ ແລະ ຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ໂອກາດດັ່ງກ່າວ, ສະຫາຍ ພັນຕີ ຫວໍ້ດຶກວິງ ໄດ້ສະແດງຄວາມຂອບໃຈຕໍ່ ຄະນະນຳ ກອງພົນທີ 4 ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ ທີ່ໄດ້ນຳເອົາຄວາມຮັກແພງ, ສາມັກຄີ ມາອວຍພອນ ເນື່ອງໃນໂອກາດ ວັນຊາດ ສສ ຫວຽດນາມ ໃນຄັ້ງນີ້, ພ້ອມທັງ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ກົມກອງພວກເຮົາ ຈະໄດ້ພ້ອມກັນສືບຕໍ່ຮັດແໜ້ນການພົວພັນຮ່ວມມືໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກດ້ານ ດ້ວຍໝາກຜົນອັນຈົບງາມ.
ໂດຍ: ອານຸສັກ ຈູມມະນີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















