ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ກອງພັນໃຫຍ່ 619 ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ເວລາອອກຂ່າວ: 2026-09-02 11:02:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:



ວັນທີ 1 ກັນຍາ 2026 ນີ້, ກອງພັນໃຫຍ່ 619 ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ລອນທອງ ສິງລືໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 619, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ, ກອງຮ້ອຍ ແລະ ສະມາຊິກພັກ ເຂົ້າຮ່ວມ. ໃນພິທີ ຄະນະພັກ-ຄະນະບັນຊາ ໄດ້ຜັດປ່ຽນກັນຂຶ້ນ ຜ່ານຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ກົດລະບຽບພັກ ສະໄໝທີ XII, ຂໍ້ກຳນົດ ວ່າດ້ວຍການແຂ່ງຂັນຍ້ອງຍໍ ໃນກອງທັບປະຊານປະຕິວັດລາວ; ຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານແຂ່ງຂັນຍ້ອງຍໍ; ເນື້ອໃນສຳຄັນ ຂອງໂຄງການ ການເມືອງ ສະບັບທີ 3; ຄໍາສັ່ງແນະນໍາ ກ່ຽວກັບຈັດຕັ້ງປະຕິບັດກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XII; ແຜນພັດທະນາເສດຖະກິດ-ສັງຄົມແຫຼ່ງຊາດ ຄັ້ງທີ X (2026-2030) ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ທັງນີ້, ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ພະນັກງານ-ສະມາຊິກພັກ ທົ່ວກອງພັນໃຫຍ່ 619 ໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບສູງ ຕໍ່ບັນດາມະຕິ, ຄຳສັ່ງ, ແນວທາງ, ແຜນນະໂຍບາຍ ຂອງພັກ-ລັດ ແລະ ຂອງກອງທັບ ພ້ອມກັນຍົກສູງຄວາມຮັບຜິດຊອບ ຂອງຕົນໃນການຫັນແນວທາງ, ແຜນນະໂຍບາຍ, ເປົ້າໝາຍສູ້ຊົນ ໄປຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ໄດ້ຮັບຜົນດີ. ຂ່າວ: ພູກັນ ສັນຕິວົງ ພາບ: ພອນປະເສີດ ໂຂງພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ