ພະແນກເສນາທິການ ກອງພັນໃຫຍ່ 941 ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-09-02 10:52:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ: ![]()
ວັນທີ 31 ສິງຫາ 2026 ນີ້, ພະແນກເສນາທິການ ກອງພັນໃຫຍ່ 941 ໄດ້ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສັນຕິ ຈັນທະລັງສອນ ຫົວໜ້າການທະຫານ ກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາ ພະແນກການ, ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ພູໄຊ ລໍວັນເດດ ຮອງຫົວໜ້າພະແນກເສນາທິການ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງໃນໄລຍະ 6 ເດືອນຜ່ານມາ ພະນັກງານ-ນັກຮົບ ພາຍໃນພະແນກ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນປະກອບສ່ວນເຂົ້າໃນໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ເພີ່ມທະວີວຽກງານສຶກສາອົບຮົມ, ການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ, ບັນດາມະຕິ, ຄຳສັ່ງຕ່າງໆ ຂອງຂັ້ນເທິງ ແລະ ນໍາເອົາແຜນການ ຂອງກົມກອງ ໄປຈັດຕັ້ງປະຕິບັດໃຫ້ສຳເລັດຜົນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ-ພາຍໃນພະແນກ, ປະຕິບັດລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ຍົກສູງຄວາມຮັບຜິດຊອບຫັນເອົາເນື້ອໃນແຜນການພະແນກໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ຊຸກຍູ້ສ້າງເງື່ອນໄຂ ອຳນວຍຄວາມສະດວກ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຮັກສາຄວາມສະຫງົບໃຫ້ໄດ້ 100%. ຈາກນັ້ນ, ໃນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ດ້ວຍຄວາມຮັບຜິດຊອບສູງ.
ໂດຍ: ຂັນທະວີ ແກ້ວກາໃຈ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















