ມອບ-ຮັບ ໜ້າທີ່ ຫົວໜ້າການທະຫານ ກອງພັນທີ 1 ກອງພັນໃຫຍ່ 11
ເວລາອອກຂ່າວ: 2026-09-02 10:33:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ: ![]()
ວັນທີ 2 ກັນຍາ 2026 ນີ້, ຢູ່ທີ່ ກອງພັນທີ 1 ກອງພັນໃຫຍ່ 11 ໄດ້ຈັດພິທີ ມອບ-ຮັບ
ໜ້າທີ່ຫົວໜ້າການທະຫານ ລະຫວ່າງ ສະຫາຍ ພັນໂທ ແສງເພັນ ອຸ່ນວິໄລ ຜູ້ເກົ່າ ກັບ ສະຫາຍ ພັນໂທ ສາຍສະໝອນ ກົມມະດຳ ຜູ້ໃໝ່ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄຳສາຍ ມົນດວງສິງ ຫົວໜ້າການເມືອງ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ແສງເພັດ ອຸ່ນວິໄລ ໄດ້ຜ່ານບົດສະຫຼຸບໃນການນຳພາ-ຊີ້ນໍາ ຕະຫຼອດໄລຍະທີ່ຜ່ານມາ ເປັນຕົ້ນ ວຽກງານການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ການປັບປຸງກໍ່ສ້າງກົມກອງ ໂດຍຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ, ມີແນວຄິດຫຼັກໝັ້ນ ແລະ ເປັນເຈົ້າການເຄື່ອນໄຫຼວນຳພາຕາມພາລະບົດບາດໜ້າທີ່ຂອງຕົນ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ.
ສະຫາຍ ພັນໂທ ຄຳຫຼ້າ ວົງພະຈັນ ຫົວໜ້າຂະແໜງຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະຄະນະພັກກອງພັນໃຫຍ່ 11 ວ່າດ້ວຍການແຕ່ງຕັ້ງ ຄະນະພັກຮາກຖານ ກອງພັນທີ 1 ໃນນັ້ນ, ແຕ່ງຕັ້ງສະຫາຍ ພັນໂທ ສາຍສະໝອນ ກົມມະດຳ ຫົວໜ້າການທະຫານ ເປັນຮອງເລຂາຄະນະພັກຮາກຖານ ກອງພັນທີ 1. ຈາກນັ້ນ, ໄດ້ພ້ອມກັນລົງນາມບົດບັນທຶກ ການມອບ-ຮັບ ໜ້າທີ່ ຢ່າງເປັນທາງການ.
ໂດຍ: ອິນກອງ ສຸກໄຊຍະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















