ຄະນະນັກເຝິກອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຊຸດທີ 1 ປະຈໍາປີ 2026 ທັດສະນະສຶກສາ ຢູ່ຫໍພິພິທະພັນປະຫວັດສາດກອງທັບ
ເວລາອອກຂ່າວ: 2026-09-02 10:18:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2026 ນີ້, ຄະນະນັກເຝິກອົບຮົມ ທິດສະດີການເມືອງ ໄລຍະສັ້ນ ຊຸດທີ 1 ປີ 2026 ໄດ້ທັດສະນະສຶກສາ ຢູ່ຫໍພິພິທະພັນປະຫວັດສາດກອງທັບ ແລະ ຫໍສະໝຸດກອງທັບ, ເຊິ່ງນຳພາໂດຍ ສະຫາຍ ພັນໂທ ພູວົງ ພົມມະລາດ ຫົວໜ້າພະແນກສື່ມວນຊົນ ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ທັງເປັນຄະນະຮັບຜິດຊອບດ້ານເນື້ອໃນ ຊຸດເຝິກອົບຮົມທິດສະດີການເມືອງໄລຍະສັ້ນ.
ສະຫາຍ ພັນໂທ ພູວົງ ພົມມະລາດ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຕາຕະລາງ, ວາລະໃນການເຝິກອົບຮົມ ທິດສະດີການເມືອງ ໄລຍະສັ້ນ ເພື່ອສະແດງໃຫ້ເຫັນໄດ້ເຖິງມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງປະຊາຊົນລາວ ນັບແຕ່ສະໄໝເຈົ້າຟ້າງຸ່ມ ທີ່ທ້ອນໂຮມປະເທດຊາດ ຈົນມາຮອດສະໄໝປັດຈຸບັນກໍຄືການສ້າງສາ ແລະ ພັດທະນາປະເທດຊາດ ຢ່າງລະອິດລະອ້ຽວ ຂອງກອງທັບປະຊາຊົນລາວ ເພື່ອນໍາເອົາທິດສະດີ, ຄໍາສອນ ແລະ ມູນເຊື້ອ ອັນອົດທົນຫ້າວຫັນ ຂອງພະນັກງານຮຸ່ນກ່ອນ ນໍາໄປໝູນໃຊ້ຢູ່ໃນການຈັດຕັ້ງປະຕິບັດແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງກັບສະພາບຕົວຈິງ ຂອງກອງທັບ.
ພ້ອມນັ້ນ, ຍັງໄດ້ຈັດກິດຈະກຳແຂ່ງຂັນກິລາເປຕັງ ລະຫວ່າງ ຄະນະກົມໂຄສະນາອົບຮົມ, ຄູ-ອາຈານ ແລະ ນັກຝຶກອົບຮົມ ເພື່ອເປັນການສົ່ງເສີມການອອກກຳລັງກາຍ ໃຫ້ມີສຸຂະພາບທີ່ແຂງແຮງ, ສ້າງຄວາມສາມັກຄີພາຍໃນ ແລະ ຜ່ອນຄາຍຄວາມອິດເມື່ອຍ ຈາກການຮ່ຳຮຽນ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















