ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ມອບເຄື່ອງໃຫ້ຫ້ອງອົບຮົມ
ເວລາອອກຂ່າວ: 2026-09-02 10:13:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ວັນທີ 1 ກັນຍາ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ມອບເຄື່ອງໃຫ້ຫ້ອງອົບຮົມ ມີສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບເລກ 1, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ ແລະ ຄະນະບັນດາພະແນກການຄູ ເຂົ້າຮ່ວມ. ເຄື່ອງທີ່ນຳມາມອບປະກອບມີ: ຄອມພິວເຕີ ປະກອບໃສ່ຫ້ອງຮຽນ ຈຳນວນ 10 ໜ່ວຍ, ໂປຣເຈັກເຕີ ຈໍານວນ 9 ໜ່ວຍ, ໂນ້ດບຸກ ຈຳນວນ 13 ໜ່ວຍ ແລະ ຕິດຕັ້ງລະບົບເດີນໄຟ, ລະບົບໂປຣເຈັກເຕີຄອມໃສ່ຫ້ອງຮຽນ ແລະ ອຸປະກອນເສີມຕ່າງໆ ອີກຈຳນວນໜຶ່ງ ລວມມູນຄ່າທັງໝົດ 270.000.000 ກີບ ໂດຍແມ່ນທຶນ ຂອງໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສະໜອງໃຫ້ 100%. ເຊິ່ງກ່າວມອບໂດຍສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ແລະ ກ່າວຮັບໂດຍສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ