ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 16 ກັນຍາ 2026

  

ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ ອວຍພອນ ຫົວໜ້າຫ້ອງການ ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ
ເວລາອອກຂ່າວ: 2026-09-02 10:08:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ວັນທີ 31 ສິງຫາ 2026 ນີ້, ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ, ນຳໂດຍ ສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ ໄດ້ນໍາເອົາກະຕ່າດອກໄມ້ ເຂົ້າອວຍພອນ ຫົວໜ້າຫ້ອງການ ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945-2 ກັນຍາ 2026), ໂດຍການຕ້ອນຮັບ ຂອງສະຫາຍ ພັນເອກ ຟາມ ຮິວ ຖັງ ຫົວໜ້າຫ້ອງການ ທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ. ສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ໄດ້ກ່າວຄໍາຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊ ມາຍັງຫົວໜ້າຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້, ພ້ອມກັນເສີມສ້າງສາຍພົວພັນມິຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ໂອກາດນີ້, ສະຫາຍ ພັນເອກ ຟາມ ຮິວ ຖັງ ໄດ້ສະແດງຄວາມຂອບໃຈ ຕໍ່ຄະນະອຳອວຍການ ໂຮງໝໍສູນກາງ 103 ກອງທັບ ທີ່ມາຢ້ຽມຢາມ ແລະ ອວຍພອນ ເນື່ອງໃນໂອກາດວັນທີ່ມີຄວາມໝາຍສຳຄັນນີ້, ພ້ອມທັງ ອວຍພອນຄືນ ໃຫ້ຄະນະພັກ-ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ ຕະຫຼອດຮອດພະນັກງານ-ແພດໝໍ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນ. ຂໍ້ມູນ: ພະແນກໂຄສານາອົບຮົມ 103 ກອງທັບ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ