ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ຍົນ​ສອດແນມ​ ລຸ້ນ Wing Loong-10 ຂອງກອງທັບປົດປ່ອຍປະຊາຊົນຈີນ
ເວລາອອກຂ່າວ: 2026-09-02 09:43:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 220 | ຄວາມນິຍົມ:



ຕາມ​ຂ່າວ​ການ​ທະຫານ ເອີ​ຣົບ ກ່າວ​ວ່າ: ຍົນ​ສອດແນມ​ບໍ່​ມີ​ຄົນ​ຂັບ​ທາງ​ການ​ທະຫານ​ທີ່​ດີ​ທີ່​ສຸດ​ຂອງ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ​ ທີ່ໄດ້​ພັດທະນາ​ ແລະ ປັບປຸງຫຼາຍ​ລຳ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະຍາຍາມ​ໃນ​ກນາເພີ່ມຂີດ​ຄວາມ​ສາມາດ​ທາງ​ການ​ທະຫານ​ຂອງ​ຕົນ​ໃຫ້​ທັນ​ສະ​ໄໜ ​ແລະ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ກອງທັບ ຍົນ​ບໍ​່ມີ​ຄົນ​ຂັບ Wing Loong-10 ເປັນ​ຍົນ​ສອດແນມ​ທາງ​ອາກາດ​ເຊິ່ງ​ບໍ່​ມີ​ຄົນ​ຂັບ​ປະເພດ High-Altitude Long Endurance ( HALE ). ເຊິ່ງ​ມີ​ຄວາມ​ສາມາດ​ອຳ​ພາງ​ໂຕ​ໄດ້​ດີ ຫຼົບ​ຫຼີກ​ການ​ກວດ​ຈັບ​ຣາ​ດາ, ຍົນ​ສອດແນມ​ລຸ້ນ​ນີ້​ມັນ​ກຳລັງ​ໄດ້​ຮັບ​ການ​ພັດທະນາ​ໂດຍ​ກຸ່ມ​ອຸດ​ສະຫະ​ກຳ​ການ​ບິນ​ທາງ​ອາກາດ​ສຳລັບ​ພາລະກິດ​ລາດ​ຕາເວັນ ແລະ ໂຈມ​ຕີ​ຢ່າງ​ມີ​ປະສິດ​ຕິ​ຜົນ ແລະ ຈັບ​ເປົ້າ​ໝາຍ​ຢ່າງ​ແມ່ນ​ຍຳ. Wing Loong-10 ສາມາດ​ຮັບ​ນ້ຳໜັກ​ໄດ້​ສູງ​ສຸດ 400 ກິ​ໂລກຣາມ, ສາມາດ​ບິນ​ໄດ້​ຍາວ​ນານ​ກວ່າ 32 ຊົ່ວໂມງ, ມີ​ຄວາມ​ໄວ​ສູງ​ສຸດ 620 ກິໂລແມັດ​ຕໍ່​ຊົ່ວໂມງ, ບິນ​ສູງ​ສຸດ​ເວລາ​ປະຕິບັດ​ໜ້າທີ່ 1.470 ແມັດ, ສາມາດ​ບິນ​ໄດ້​ໄກ​ສູງ​ສຸດ​ຫຼາຍ​ກວ່າ 4.000 ກິໂລແມັດ, ທີ່​ລະດັບ​ຄວາມ​ສູງ​ປານ​ກາງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ