ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ປືນ​ໃຫຍ່​ ​​Malva 2S43 ຂອງ​ ຣັດ​ເຊຍ​ ໄດ້​ຮັບ​ການ​ພັດທະນາ​ເພີ່ມຂຶ້ນຢ່າງຕໍ່ເນື່ອງ
ເວລາອອກຂ່າວ: 2026-09-02 09:42:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 185 | ຄວາມນິຍົມ:



ຕາມ​ແຫຼ່ງ​ຂ່າວ ອຸດສາຫະກຳ​ກາ​​ນ​ທະຫານກ່າວ​ວ່າ: ບໍລິສັດ​ໂຣ​​ສ​ເຕັກ Rostec ໄດ້​​ທົດ​ລອງ​ປືນ​ໃຫຍ່ 152​ ມມ ​ມາ​ລວາ Malva SPH ຂອງ ​ຣັດ​ເຊຍ ຫຼື 2S43 Malva ໄດ້​ສຳເລັດ​ເປັນ​ປືນ​ຄົກ​ຕິດ​ລົດ​ບັນທຸກ​ລຸ້ນ​ໃໝ່​ຂອງ​ ຣັດ​ເຊຍ ​ເຊິ່ງ​ມັນ​ສາມາດປະຄອງ​ຕົວ​ສູງ ແລະ ຕິດ​ຕັ້ງ​ໃສ່​ລົດ ບັດ BAZ 8X8 ລໍ້ ແລະ ໄດ້​ຮັບ​ການ​ເປີດເຜີຍ​ຄັ້ງ​ທຳ​ອິດ​ໃນ​ປີ 2019 ໂດຍ​ສຳເລັດ​ສົມບູນ​ໃນ​ປີ 2023. ປືນ​ໃຫຍ່ 2S43 Malva ເປັນ​ທາງ​ເລືອກ​ແທນ​ປືນ​ຄົກ​ຕິດ​ລົດ​ບັນທຸກ 2S35-1 Koalitsiya-sv ksh ມີ​ນ້ຳໜັກ​ທີ່​ເບົາ​ກວ່າ ແລະ ໂຄງ​ແບບ​ມີ​ຕີນ​ຢາງ​ເຮັດ​ໃຫ້​ສາມາດ​ແລ່ນ​ໄດ້​ດີ​ຂຶ້ນ​ກວ່າ​ເກົ່າ. ນອກຈາກ​ນີ້​, ລະບົບ​ປືນ​ໃຫຍ່​ຍັງ​ປະ​ຢັດ​ຕົ້ນ​ທຶນ​ໃນ​ການ​ບຳລຸງ​ຮັກສາ ແລະ ໃຊ້​ງານ​ໄດ້​ຫຼາຍ​ກວ່າ​ລະບົບ​ປືນ​ໃຫຍ່​ອື່ນໆ ຂອງ​ຣັດ​ເຊຍ. ມີ​ນັກ​ຍິງ 5 ຄົນ, ມີ​ນໍ້າໜັກ 32 ໂຕນ, ຄວາມ​ຍາວ 13 ແມັດ, ລວງ​ກວ້າງ 2,75 ແມັດ, ລວງ​ຄວາມ​ສູງ 3,1 ແມັດ, ຕິດ​ຕັ້ງ​ປືນ​ຄົກ 152 ​ມມ, ໄລຍະ​ການ​ຍິງ​ໄກ​ສຸງ​ສຸດ 24,5 ກິໂລແມັດ, ຄວາມ​ໄວ​ເວລາ​ຍິງ 7 ລູກ​ຕໍ່​ນາທີ, ລະດັບ​ຄວາມ​ສູງ 30-70 ອົງສາ, ສາມາດ​ບັນຈຸ​ລູກປືນ​ໄດ້ 30 ລູກ, ລົດ​ໃຊ້​ຈັກ​ກາ​ຊວນ​ທີ່​ມີ​ພະລັງ yamz-8424-10 ດ້ວຍ​ກຳລັງ​ແຮງ​ເຄື່ອງ​ຈັກ 470 ແຮງ​ມ້າ, ສາມາດ​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ​ສຸດ 80 ກິໂລແມັດ​ຕໍ່​ຊົ່ວໂມງ​ ໃນ​ທາງ​ຮາບ​ພຽງ, ລົດ​ສາມາດ​ແລ່ນ​ໄລຍະ​ທາງ 1.000 ກິໂລແມັດ​ຕໍ່​ການ​ໃຊ້​ນ້ຳມັນ​ພຽງ​ໜຶ່ງ​ຖັງ, ສາມາດ​ຂ້າມ​ຮ່ອງ​ເລິກ​ໄດ້ 2 ແມັດ, ລົງ​ນ້ຳ​ເລິກ​ໄດ້ 1,4 ແມັດ ແລະ ຈະ​ຕິດ​ຕັ້ງ​ປືນ​ກົນ​ຂະໜາດ 7,62​ ມມ ແລະ 12,7 ​ມມ. ຫ້ອງ​ຜູ້​ຂັບ​ຫຸ້ມ​ເກາະ​ຢ່າງ​ໜາ​ແໜ້ນເພື່ອ​ປົກ​ປ້ອງ​ຈາກ​ການ​ຍິງ​ດ້ວຍ​ອາວຸດ​ຂະໜາດ​ນ້ອຍ ແລະ ເສດ​ສະ​ເກັດ​ຈາກ​ລູກປືນ​ໃຫຍ່​ເພື່ອ​ປ້ອງ​ກັນ​ຜູ້​ຂັບ ແລະ ລູກ​ທີມ​ຈາກ​ການ​ໂຈມ​ຕີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ