ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 17 ກັນຍາ 2026

  

ການ​ນຳ ​ສປ ຈີນ ແລະ ກຽກ​ກິດ​ສະຖານ ລົງ​ນາມ​ເອກະສານ​ຮ່ວມ​ມື 20 ກວ່າ​ສະບັບ
ເວລາອອກຂ່າວ: 2026-09-02 09:37:11 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ວິທະຍຸ ໂທລະພາບ ສູນ​ກາງ​ຈີນ, ວັນ​ທີ 31 ສິງຫາ ຜ່ານ​ມາ​ນີ້, ທ່ານ ຊາ​ເດີ ນູ​ໂກ​ໂຈ​ເອວິກ ຈາ​ປາ​ໂຣ​​ຟ ປະທານາທິບໍດີ ກຽກ​ກິດ​ສະຖານ ແລະ ທ່ານ ສີ ຈິ້ນ​ຜິງ ປະທານ​ປະເທດ​ຈີນ ໄດ້​ພົບ​ປະ​ເຈ ລະຈາ​ກັນ ຢູ່​ພະ​ລາຊະ​ວັງ​ຮາ​ໂມ​ນີ ທີ່​ນະຄອນຫຼວງ ບິດ​ສະ​ເກັກ ປະເທດ​ກຽກ​ກິດ​ສະຖານ. ທ່ານ ສີ ຈິ້ນ​ຜິງ ກ່າວ​ວ່າ: ຊຸມ​ປີ​ມໍ່ໆມານີ້, ພາຍ​ໃຕ້​ການ​ຊີ້​ນຳ ນຳ ພາ​ຂອງ​ພວກ​ເຮົາ, ສາຍ​ພົວພັນ ລະຫວ່າງ ​ສປ ຈີນ-ກຽກ​ກິດ​ສະ ຖານ ໄດ້​ຮັບ​ການ​ພັດທະນາ​ແບບ​ກ້າວ​ກະໂດດ, ການ​ຮ່ວມ​ມື ໃນ​ຂົງເຂດ​ຕ່າງໆ ໄດ້​ຮັບ​ໝາກຜົນ​ທີ່​ອຸ ດົມສົມບູນ,ມີ​ຜົນ​ດີ​ຕໍ່​ການ​ພັດທະ ນາ ຂອງ​ສອງ​ປະເທດ ແລະ ນຳ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງມາ​ໃຫ້ປະຊາຊົນສອງ​ປະເທດ, ທັງ​ໄດ້​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ໃນ​ພາກ​ ພື້ນ.ຈີນ ຍິນ​ດີ​ຮ່ວມ​ມື​ກັບກຽກ​ກິດ​ ສະຖານ ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ດ້ານ​ການ​ພັດທະ ນາ, ລົງ​ເລິກ​ການ​ແລກປ່ຽນ​ບົດ ຮຽນດ້ານ​ການ​ປົກຄອງ​ປະເທດ ແລະ ການ​ຄຸ້ມ​ຄອງ​ລັດ, ສ້າງ​ໝາກຜົນ​ດ້ານ​ການ​ຮ່ວມ​ມື​ອັນ​ແທ້​ຈິງ ທີ່​ສາມາດ​ສຳຜັດແລະເຂົ້າ ​ເຖິງ​ໄດ້,ຊຸກຍູ້​ໃຫ້ການສ້າງ​ຄູ່​ ຮ່ວມ​ຊະ​ຕາ​ກຳ​ຈີນ-ກຽກ​ກິດ​ສະ ຖານ ເລິກເຊິ່ງ​ກວ່າ​ເກົ່າ ແລະ ເປັນ​ຮູບ​ປະ​ທຳ​ກວ່າ​ເກົ່າ. ທ່ານ ຊາ​ເດີ ນູ​ໂກ​ໂຈ​ເອວິກ ຈາ​ປາ​ໂຣ​​ຟ ກ່າວ​ວ່າ: ຈີນ ເປັນ​ບູ​ລິ​ ມະ​ສິດ​ສຳຄັນ​ດ້ານ​ນະໂຍບາຍ​ການ​ຕ່າງປະເທດ​ຂອງ​ກຽກ​ກິດ​ສະຖານ ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ, ແມ່ນ​ເພື່ອນ​ມິດ ທີ່​ໃກ້ຊິດ​ທີ່​ສຸດ ແລະ ຄູ່​ຮ່ວມ​ມື​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ​ຂອງ​ກຽກ​ກິດ​ສະຖານ. ກຽກ​ກິດ​ສະຖານ ຍຶດ​ໝັ້ນ​ໃນ​ຫຼັກການ​ປະເທດ​ຈີນ​ດຽວ, ຍິນ​ດີ​ຮ່ວມ​ກັບ ​ສປ ຈີນ ພັດທະນາ​ສາຍ​ພົວພັນ ໄມຕີ​ຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ໃຫ້​ເລິກເຊິ່ງ ບົນ​ພື້ນຖານ​ການ​ເຄົາລົບ​ນັບຖື​ເຊິ່ງ​ກັນ ແລະ ກັນ, ສະເໝີພາບ ແລະ ຕ່າງ​ຝ່າຍ​ຕ່າງ ໄດ້​ຮັບ​ຜົນ​ປະໂຫຍດ. ກຽກ​ກິດ​ສະຖານ ຍິນ​ດີ​ຕັ້ງໜ້າ ຊຸກຍູ້​ການ​ສ້າງ​ເສັ້ນທາງ​ລົດໄຟ​ຈີນ-ກຽກ​ກິດ​ສະຖານ-ອຸດ​ສະ​ເບ​ກິດ​ສະຖານ ເພື່ອ​ເຮັດ​ໃຫ້​​້​ເສັ້ນທາງ​ລົດໄຟ​ດັ່ງ ກ່າວ ກາຍເປັນ​ເສັ້ນທາງ​ສາຍໄໝ​ເຫຼັກ​ແຫ່ງ​ຍຸກ​ໃໝ່ ແລະ ເປັນ​ຂົວ​ຕໍ່​ອັນ​ໃໝ່​ຂອງ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ກຽກ​ກິດ​ສະຖານ- ​ສປ ຈີນ. ໃນ​ໂອກາດ​ທີ່ ທ່ານ ສີ ຈິ້ນ​ຜິງ ຢ້ຽມຢາມ ກຽກ​ກິດ​ສະຖານ ຄັ້ງ​ນີ້, ທັງ​ສອງ​ຝ່າຍ ໄດ້​ລົງ​ນາມ ເອກະສານ ຮ່ວມ​ມື 20 ກວ່າ​ສະບັບ ໃນ​ຂົງເຂດ​ຕ່າງໆ ເຊັ່ນ: ວິທະຍາ ສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ, ວັດທະນະທຳ, ສື່​ມວນ​ຊົນ ແລະ ຂົງເຂດ​ອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ